ເມືອງວຽງໄຊປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງ

ພິທີປະກາດຈົບຊັ້ນມັດທະ ຍົມຕົ້ນບຳລຸງເມືອງວຽງໄຊ ແຂວງຫົວພັນຢ່າງເປັນທາງ ການໄດ້ຈັດຂຶ້ນໃນວັນທີ 3 ຕຸລານີ້, ໂດຍການເຂົ້າຮ່ວມຂອງທ່ານ ຮອງລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ມີທ່ານເຈົ້າ ເມືອງ ວຽງໄຊ, ພະແນກສຶກສາ ເມືອງ, ແຂວງ, ພ້ອມດ້ວຍຄູ-ອາ ຈານ, ນັກຮຽນ ແລະ ປະຊາຊົນ ເມືອງວຽງໄຊເຂົ້າຮ່ວມເປັນ ຈໍານວນຫລາຍ.

+ ຊຳໃຕ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງເປັນເມືອງທີ 6 ຂອງແຂວງຫົວພັນ
+ ບໍລິຄຳໄຊສຳເລັດການສອບເສັງ ຈົບຊັ້ນມັດທະຍົມລະບົບບຳລຸງ ມ7
ຫົວໜ້າຫ້ອງການສຶກ ສາທິການ ແລະ ກິລາ ເມືອງວຽງ ໄຊ ລາຍງານວ່າ: ພາຍຫລັງສໍາ ເລັດການເກັບກໍາສະຖິຕິປະຊາ ຊົນໃນເກນອາຍຸ 15-35 ປີທີ່ ບໍ່ ທັນຈົບຊັ້ນມັດທະຍົມຕົ້ນມີຈໍາ ນວນ 2.490 ຄົນ ແລະ ໃນສົກ ປີ 2015-2016 ໄດ້ຈັດຕັ້ງການ ຮຽນ-ການສອນຊັ້ນມັດທະຍົມ ຕົ້ນບໍາລຸງໃນ 28 ບ້ານ, ໂດຍມີ ກຸ່ມເປົ້າໝາຍຜູ້ຮຽນຈໍານວນ 552 ຄົນ ແລະ ສ່ວນທີ່ເຫລືອ ແມ່ນຈະສືບຕໍ່ຈັດຕັ້ງການ ຮຽນ-ການສອນໃຫ້ສໍາເລັດໃນ ປີ 2020.
ໃນໂອກາດນີ້, ທ່ານຮອງ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ ໄດ້ໂອ້ລົມຕໍ່ພິທີ, ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ຜູ້ບໍລິຫານການສຶກສາທຸກຂັ້ນຍາດມາໄດ້ໃນ ຜ່ານມາ, ໂດຍສະເພາະການ ຈັດ ຕັ້ງປະຕິບັດການຮຽນ-ການ ສອນຊັ້ນມັດທະຍົມຕົ້ນບໍາລຸງ ໃຫ້ປະຊາຊົນທີ່ຮຽນບໍ່ຈົບຊັ້ນດັ່ງ ກ່າວ, ເຊິ່ງເປັນການຍົກສູງລະ ດັບຄວາມຮູ້ຂອງ ປະຊາຊົນສູງ ຂຶ້ນ, ທັງເປັນຜັນຂະຫຍາຍ ແນວ ທາງນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ປະຊາຊົນຮັບຮູ້ ກວ້າງຂວາງ ກໍຄືຈັດຕັ້ງປະຕິບັດ ແຜນພັດທະນາວຽກງານສຶກສາ ແລະ ກິລາໃຫ້ມີຜົນສໍາເລັດຕາມ ຄາດໝາຍວາງໄວ້.

