ເຕັກນິກຊ່ວຍໄລ່ຍຸງ ແລະ ແມງສາບ

– ວິທີໄລ່ແມງສາບ :

  1. ແມງສາບບໍ່ມັກກິ່ນໝາກແຕງ ໃຫ້ເອົາໝາກແຕງດິບໆມາວາງໄວ້ໃນຕູ້ອາຫານ ແມງສາບກໍຈະບໍ່ກ້າເຂົ້າມາໃກ້.
  2. ໃຊ້ຫົວຜັກບົ່ວໃຫຍ່ໄລ່ແມງສາບ ໂດຍຊອຍຫົວຜັກບົ່ວໃຫຍ່ໃສ່ຈານວາງໄວ້ໃນເຮືອນ ແມງສາບຖືກກິ່ນມັນຈະຟ້າວໜີ.
  3. ຕັດສະບູເປັນກ້ອນນ້ອຍໆວາງໃນພາຊະນະທີ່ໃສ່ນຳ້ໄດ້, ເທນຳ້ໃສ່ ແລ້ວເອົາໄປວາງໄວ້ບໍລິເວນທີ່ແມງສາບມັກມາກວນ ບໍ່ເທົ່າໃດມື້ແມງສາບຈະຫາຍໄປ ຕູ້ອາຫານກໍຈະຫອມ ເຊິ່ງຫາກຢາກໃຫ້ວິທີນີ້ໄດ້ຜົນຢ່າງຕໍ່ເນື່ອງ ຈະຕ້ອງໝັ່ນຕື່ມນຳ້ໃສ່ໃນພາຊະນະຢູ່ສະເໝີ.

– ວິທີໄລ່ມົດ :

  1. ປາດໝາກນາວເປັນ 2 ປ່ຽງ ເຫັນມົດຢູ່ບ່ອນໃດ ຫລື ເຫັນຂວາຍມົດໄຕ່ຜ່ານບ່ອນໃດໃຫ້ບີບໝາກນາວລົງໄປ ພ້ອມທັງເອົາເບື້ອງທີ່ມີຊີ້ນຖູໃສ່ບ່ອນທີ່ມົດໄຕ່.

– ວິທີໄລ່ຍຸງ :

  1. ເອົາວິຕາມິນເຊກັບວິຕາມິນເບ 2 ແນວລະ 2 – 3 ເມັດໃສ່ນຳ້ແລ້ວເອົານຳ້ທີ່ປະສົມວິຕາມິນນີ້ທາຜິວໜັງ ພຽງເທົ່ານີ້ຍຸງກໍບໍ່ກ້າເຂົ້າໃກ້.
  2. ໃຊ້ຜ້າກັ້ງສີສົ້ມ ຫລື ໃຊ້ ເຈ້ຍສີສົ້ມຫຸ້ມໂຄມໄຟຈະສາມາດໄລ່ຍຸງໄດ້ ເພາະຍຸງບໍ່ມັກແສງສີສົ້ມ.
  3. ຫ້ອຍຫົວຜັກບົ່ວແດງໄວ້ກ້ອງໂຄມໄຟ ຫລື ໃຊ້ຜ້າພັນບາດຫໍ່ຫົວຜັກບົ່ວຫ້ອຍໄວ້ຍຸງຈະບໍ່ກ້າບິນຜ່ານ.
  4. ເອົາດອກມະລິ, ດອກກຸຫລາບ ຫລື ດອກໄມ້ອື່ນໆວາງໄວ້ໃນຫ້ອງກໍສາມາດໄລ່ຍຸງໄດ້.
  5. ປູກຜັກທຽມອ້ອມສວນ ຫລື ເດີ່ນບ້ານ ກິ່ນຂອງຜັກທຽມຈະເຮັດໃຫ້ຍຸງບໍ່ກ້າເຂົ້າມາໃກ້.
  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ