ຕອນບ່າຍອາກາດຈະຮ້ອນສູງເຖິງ 37 ອົງສາ ແລະ ພາກກາງ-ໃຕ້ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ແລະ ຈະມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດ ເຊົ້າວັນທີ 21 ກຸມພາ 2024 ວ່າ: ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນຍັງສືບຕໍ່ປົກຄຸມຢູ່ເຂດພາກເໜືອຂອງປະເທດ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດອາກາດຍັງເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸຸ້ມຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ສ່ວນຕອນບ່າຍອາກາດຮ້ອນ ອຸນຫະພູມສູງສຸດ 37 ອົງສາ ແລະ ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 25%, ໂດຍສະເພາະ ຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 23-36 ອົງສາ.