ທະນາຄານໂລກຊີ້ ການພັດທະນາ ຢູ່ພາກພື້ນອາຊີ-ປາຊີຟິກມີທ່າອ່ຽງດີຂຶ້ນ

ບົດລາຍງານສະບັບຫລ້າສຸດຂອງທະນາຄານໂລກ ສໍາລັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ອັດຕາການເຕີບໃຫຍ່ຂອງເສດຖະກິດໂລກມີທ່າອ່ຽງດີຂຶ້ນ ແລະ ຄວາມຕ້ອງການຂອງຕະຫຼາດພາຍໃນຍັງຄົງສືບຕໍ່ເພີ່ມຂຶ້ນຢ່າງແຂງແຮງ ສິ່ງນີ້ຈະມີຜົນກະທົບທາງບວກໃຫ້ແກ່ບັນດາປະເທດທີ່ກໍາລັງພັດທະນາຢູ່ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ການເຕີບໃຫຍ່ຂອງເສດຖະກິດໃນປະເທດທີ່ພັດທະນາແລ້ວຄາດວ່າຈະເພີ່ມສູງຂຶ້ນ, ການຟື້ນຕົວຂອງລາຄາສິນຄ້າ ແລະ ອັດຕາການຂະຫຍາຍຕົວຂອງການຄ້າສາກົນກໍຈະເພີ່ມສູງຂຶ້ນ ແລະ ຈະເປັນປັດໄຈສໍາຄັນທີ່ສົ່ງຜົນກະທົບອັນດີໃຫ້ແກ່ປະເທດທີ່ກໍາລັງພັດທະນາຢູ່ໃນພາກພື້ນດັ່ງກ່າວເຕີບໃຫຍ່ຢູ່ໃນລະດັບ 6,4% ໃນປີ 2107.
ບົດລາຍງານສະພາບເສດຖະກິດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ສະບັບເດືອນຕຸລາ 2017 ໄດ້ຄາດຄະເນວ່າ: ອັດຕາການເຕີບໃຫຍ່ຂອງເສດຖະກິດພາກພື້ນ ໃນປີ 2017 ຈະສູງຂຶ້ນເລັກໜ້ອຍ ເນື່ອງາຈາກອັດຕາການເຕີບໃຫຍ່ຂອງເສດຖະກິດປະເທດຈີນທີ່ເພີ່ມສູງຂຶ້ນກວ່າຄາດຄະເນໄວ້ ຢູ່ໃນລະດັບ 6,7% ມີອັດຕາເທົ່າກັບການເຕີບໃຫຍ່ໃນໄລຍະດຽວກັນຂອງປີ 2016. ສ່ວນປະເທດອື່ນໆຢູ່ໃນພາກພື້ນ ລວມທັງບັນດາປະເທດອາຊີຕາເວັນອອກສຽງໃຕ້ ຈະມີອັດຕາການເຕີບໃຫຍ່ເພີ່ມຂຶ້ນເລັກໜ້ອຍ ຢູ່ໃນລະດັບ 5,1% ໃນປີ 2017 ແລະ 5,2% ໃນປີ 2018 ເພີ່ມຈາກ 4,9% ໃນປີ 2016. ແຕ່່ກໍມີຄວາມສ່ຽງຫຼາຍຢ່າງທັງພາຍໃນ ແລະ ພາຍນອກ ອາດຈະສົ່ງຜົນກະທົບຕໍ່ກັບທ່າອ່ຽງທີ່ດີດັ່ງກ່າວນີ້ໄດ້ ເປັນຕົ້ນນະໂຍບາຍທາງດ້ານເສດຖະກິດຢູ່ໃນປະເທດທີ່ພັດທະນາແລ້ວຈໍານວນໜຶ່ງຍັງບໍ່ທັນມີຄວາມແນ່ນອນ, ພ້ອມດ້ວຍຄວາມເຄັ່ງຕຶງທາງດ້ານການເມືອງທີ່ເພີ່ມຂຶ້ນຢູ່ໃນພາກພື້ນ; ຄວາມເປັນໄປໄດ້ທີ່ອາເມລິກາ ແລະ ຂົງເຂດເອີຣົບ ຈະໃຫ້ນະໂຍບາຍບີບຮັດທາງດ້ານເງິນຕາໄວຂຶ້ນກວ່າທີ່ຄາດໄວ້; ຫຼາຍໆປະເທດທີ່ຢູ່ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ມີໜີ້ສິນພາກເອກະຊົນສູງຫຼາຍ. ຂະນະທີ່ການຂາດດຸນທາງດ້ານງົບປະມານຍັງຄົງມີສູງ ແລະ ມີທ່າອ່ຽງຈະເພີ່ມສູງຂຶ້ນ.
ທ່ານນາງ ວິກຕໍເຣຍ ກວາກວາ ຮອງປະທານຫ້ອງການທະນາຄານໂລກ, ຜູ້ຊີ້ນໍາກ່ຽວກັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວຢູ່ໃນກອງປະຊຸມ ທີ່ບາງກອກ ປະເທດໄທ ໃນວັນທີ 4 ຕຸລານີ້ວ່າ: ເສດຖະກິດໂລກທີ່ມີການຟື້ນຟູດີຂຶ້ນ ແລະ ການຄ້າທີ່ມີການຂະຫຍາຍຕົວ ຖືເປັນຂ່າວດີສໍາລັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມທັງຊີວິດການເປັນຢູ່ທີ່ຄາດວ່າຍັງຄົງຈະໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ. ສິ່ງທ້າທາຍດັ່ງກ່າວເປັນສິ່ງທີ່ແຕ່ລະປະເທດຈະຕ້ອງໄດ້ເອົາໃຈໃສ່ຮັບປະກັນໃຫ້ມີຄວາມດຸນດ່ຽງລະຫວ່າງການສຸມໃສ່ສ້າງໃຫ້ມີການເຕີບໃຫຍ່ໃນໄລຍະສັ້ນ ແລະ ການຫຼຸດຜ່ອນຄວາມສ່ຽງໃນໄລຍະກາງ ເພື່ອເຮັດໃຫ້ພາກພື້ນໂດຍລວມມີພື້ນຖານທີ່ເຂັ້ມແຂງສໍາລັບການເຕີບໃຫຍ່ທີ່ຍືນຍົງ ແລະ ທົ່ວເຖິງ.

