ບໍ່ຕ້ອງເມົາກໍສ່ຽງເປັນພະຍາດຕັບແຂງໄດ້

ຫລາຍຄົນຄົງເຂົ້າໃຈວ່າພະຍາດຕັບແຂງເກີດຈາກການດື່ມເຫລົ້າ ຫລື ດື່ມອານກໍຮໍ ທັງການດື່ມເປັນເວລາດົນ ຫລື ດື່ມຫລາຍ ເກີນໄປ, ແຕ່ຄວາມຈິງແລ້ວມີຫລາຍສາເຫດທີ່ເຮັດໃຫ້ເປັນພະຍາດຕັບແຂງໄດ້.

ຕັບແຂງ ເປັນອາການທີ່ເກີດຂຶ້ນຂອງພະຍາດຕັບ ເຊິ່ງເຮັດໃຫ້ເກີດການທຳລາຍຕັບ ແລະ ການອັກເສບ ເຮັດໃຫ້ເນື້ອເຍື່ອທີ່ດີຂອງຕັບຖືກທຳລາຍ ເກີດບາດແຜ ແລະ ເປັນຜັງຜືດຂຶ້ນມາແທນບ່ອນ.

ສາເຫດທີ່ເຮັດໃຫ້ຕັບແຂງ :

– ການຕິດເຊື້ອ ບໍ່ວ່າຈະເປັນການຕິດເຊື້ອໄວຣັສຕັບອັກເສບຊະນິດຕ່າງໆ (ເຊັ່ນ : ໄວຣັສຕັບອັກເສບເບ ແລະ ເຊ), ການຕິດເຊື້ອແບັກທີເຣຍ, ການຕິດເຊື້ອລາ ແລະ ການຕິດເຊື້ອພະຍາດ.

– ການກິນຢາບາງຊະນິດຕິດຕໍ່ກັນເປັນເວລາດົນ.

– ການໄດ້ຮັບສານພິດທີ່ມີຜົນຕໍ່ຕັບ.

– ການອັກເສບຈາກພູມຕ້ານທານຕົນເອງທີ່ເຮັດວຽກບໍ່ປົກກະຕິ.

– ໄຂມັນຫຸ້ມຕັບ, ການກິນຂອງຫວານ, ນຳ້ອັດລົມຫລາຍເກີນໄປ ເຮັດໃຫ້ໄຂມັນໄປສະສົມຢູ່ຕັບ.

ເມື່ອເກີດຄວາມຜິດປົກກະຕິໃນຕັບ ສົ່ງຜົນໃຫ້ຕັບເຮັດວຽກໄດ້ຫລຸດລົງ ຜູ້ທີ່ມີອາການຕັບແຂງຈຶ່ງອາດມີອາການສະແດງຕ່າງໆໄດ້ ເຊັ່ນ : ອ່ອນເພຍ, ເມື່ອຍງ່າຍ, ເບື່ອອາຫານ, ວິນຫົວປວດຮາກ, ນຳ້ໜັກຫລຸດ, ສັບສົນ, ມຶນງົງ, ຮູ້ ສຶກຄວາມຈື່ຈຳບໍ່ດີ, ເວົ້າຫຍັງກໍຈື່ ບໍ່ຄ່ອຍຖືກ ລວມເຖິງມີອາການຕາເຫລືອງໂຕເຫລືອງ.

ຂໍ້ປະຕິບັດເພື່ອຫລຸດການທຳລາຍຕັບ ແລະ ປ້ອງກັນອາການແຊກຊ້ອງທີ່ອາດເກີດຂຶ້ນ :

– ງົດດື່ມເຄື່ອງດື່ມອານກໍຮໍ.

– ຫລຸດນຳ້ໜັກເພື່ອປ້ອງກັນໄຂມັນຫຸ້ມຕັບ.

– ງົດການກິນຢາທີ່ເປັນອັນຕະລາຍຕໍ່ຕັບ.

– ຄວນກິນໂປຣຕິນຍ່ອຍງ່າຍ.

– ຈຳກັດການກິນເກືອ ແລະອາຫານທີ່ມີລົດຊາດເຄັມໆ.

– ບໍ່ຄວນປ່ອຍໃຫ້ຖ່າຍຍາກ ເພາະຈະເຮັດໃຫ້ສານພິດດູດຊຶມເຂົ້າໄປໃນຮ່າງກາຍ ແລະ ເກີດການສະສົມໄດ້ຫລາຍຂຶ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ