ປະກາດການຈັດຕັ້ງ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳ ກະຊວງພະລັງງານ ແລະ ບໍ່ແຮ່

ວັນທີ 14 ກຸມພາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ປະກາດການຈັດຕັ້ງ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຫລາຍຕຳແໜ່ງ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່,
ໃນນີ້ ແຕ່ງຕັ້ງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນ ລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ແຕ່ງຕັ້ງຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຈຳນວນ 2 ທ່ານ ຄື: ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ຂຶ້ນເປັນຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ຈາກນັ້ນ, ແຕ່ງຕັ້ງ ທ່ານ ວົງສະກຸນ ຍິ່ງຍົງ ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວຜູ້ໃໝ່.
ໂອກາດ ດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ມີຄຳເຫັນໂອ້ລົມ ວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສໍາຄັນຂອງແນວທາງການຈັດຕັ້ງຂອງພັກເຮົາ ຊຶ່ງເນື້ອແທ້ກໍແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄໍາສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາເລກທີ 01 ຂອງລັດຖະບານວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ : “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາຕົວຈິງ”

