ການສ້ອມແປງຂົວຫັກ ຄົບ 3 ເດືອນຕາມກຳນົດ ຄາດວ່າຈະສາມາດນໍາໃຊ້ໄດ້ໃນກາງເດືອນກຸມພາ 2024 ນີ້

ຫ້ອງການ ຖວທ ເມືອງໄຊບູລີ ແຂວງສະຫວັນນະເຂດ ລາຍງານ ວັນທີ 12 ກຸມພາ 2024 ນີ້ວ່າ: ຄວາມຄືບໜ້າການສ້ອມແປງຂົວຫ້ວຍທ່າຮາວ ບ້ານທ່າຄໍ້ ເຂດແດນເຊື່ອມຕໍ່ກັບບ້ານສີວິໄລ ເມືອງໄຊບູລີ ແຂວງສະຫວັນນະເຂດ ທີ່ເປ່ເພ ຍ້ອນລົດເຄນທີ່ມີນໍ້າໜັກເກີນແລ່ນຜ່ານ ໃນຕອນແລງຂອງວັນທີ 4 ພະຈິກ 2023 ທີ່ຜ່ານມາ ເຊິ່ງບໍລິສັດ ຍອມຮັບໃນການສ້ອມແປງຄືນ ໂດຍກຳນົດໃຫ້ສໍາເລັດພາຍໃນ3 ເດືອນ.
ປັດຈຸບັນ ທາງບໍລິສັດໄດ້ຂຸ້ນຂ້ຽວເອົາໃຈໃສ່ ສ້ອມແປງຂົວດັ່ງກ່າວເກືອບສຳເລັດແລ້ວ ແລະ ຈະນໍາໃຊ້ໄດ້ ກ່ອນວັນທີ 17 ກຸມພາ 2024 ນີ້, ເຊິ່່ງການສ້ອມແປງຂົວຍັງຢູ່ໃນຂັ້ນຕອນຕິດຕັ້ງເຫລັກຂົວເບເລ ທີ່ມີຄວາມຍາວທັງໝົດ 82 ແມັດ ຕິດຕັ້ງສໍາເລັດແລ້ວ 50 ແມັດ, ພາຍຫລັງຕິດຕັ້ງສໍາເລັດແລ້ວເບື້ອງຕົ້ນລົດທີ່ສາມາດແລ່ນຜ່ານໄດ້ແມ່ນລົດທີ່ມີນໍ້າໜັກບໍ່ເກີນ 2 ໂຕນ.

