ສະເໜີໃຫ້ສືບຕໍ່ຊຸກຍູ້ວຽກງານຫລີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫລົບຫລີກເສຍອາກອນລາຍໄດ້ ລະຫວ່າງ ສອງລັດຖະບານ

ວັນທີ 9 ກຸມພາ 2024,  ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ບາເດີ ເອຟດູລາ ເຊັດບິນ ຊາເຢດ ອາມາລູຊີ ເອກອັກຄະລັດຖະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ຄົນໃໝ່ ປະຈໍາ ສປປ ລາວ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍິນດີ ທີ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ຄົນໃໝ່ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ລັດຖະບານ ສະຫະນະຄອນ ເອເມຣັບ ອາຣັບ ໄດ້ປະກອບສ່ວນຊ່ວຍເຫລືອ ສປປ ລາວ, ໂດຍສະເພາະ ສັນຍາທີ່ຝ່າຍ ສະຫະນະຄອນ ເອເມຣັດ ອາຣັບ ສະເໜີ ເຊັນ ກັບຝ່າຍ ສປປ ລາວ.

ພ້ອມນັ້ນ, ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ວຽກງານສັນຍາວ່າດ້ວຍການຫລີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫລົບຫລີກເສຍອາກອນລາຍໄດ້ ລະຫວ່າງ ສອງລັດຖະບານ ໃຫ້ສາມາດດໍາເນີນການເຈລະຈາໄດ້ໃນອະນາຄົດ, ສະເໜີການສະໜັບສະໜູນທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນຂະແໜງການເງິນ ເພື່ອຊ່ວຍຍົກລະດັບຄວາມຮູ້ຄວາມສາມາດຂອງ ພະນັກງານ-ວິຊາການ ກະຊວງການເງິນ; ສະເໜີ ຊຸກຍູ້ ແລະ ຂົນຂວາຍໃຫ້ນັກທຸລະກິດ ແລະ ນັກລົງທຶນ ມາສຶກສາເບິ່ງຄວາມສາມາດເປັນໄປໄດ້ ໃນການລົງທຶນ ຢູ່ ສປປ ລາວ.