ພົບສົບຊາຍ 1 ຄົນ ຝັງໄວ້ກອງຊາຍ ເຂດບ້ານນາໄຫ ເມືອງຫາຍຊາຍຟອງ ນະຄອນຫລວງວຽງຈັນ

ໜ່ວຍກູ້ໄພນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 9 ກຸມພາ 2024 ມີປະຊາຊົນໄດ້ພົບສົບຊາຍ 1 ຄົນ ຝັງໄວ້ໃນກອງຊາຍຢູ່ດິນຈັດສັນ ເຂດບ້ານນາໄຫ, ເມືອງຫາດຊາຍຟອງ , ນະຄອນຫລວງວຽງຈັນ.

ຂໍ້ມູນເບື້ອງຕົ້ນ ຮູ້ວ່າ: ຜູ້ເສຍຊີວິດ ຊື່ ທ້າວ ຈັນ ອາຍຸ 47 ປີ, ຢູ່ບ້ານນາຝາຍ ຫລັກ 40, ເມືອງປາກງື່ມ ນະຄອນຫລວງວຽງຈັນ, ອາຊີບກຳມະກອນຢູ່ ອາໄສຢູ່ແຄ້ມກໍ່ສ້າງຢູ່ ເຂດບ້ານ ນາໄຫ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແລະ ອາໄສຢູ່ໂຕຄົນດຽວ.