ປະທານບາເຊໂລນາ ຢືນຢັນທີມພ້ອມອຳລາການແຂ່ງຂັນລາລີກາ ສະເປນ

ໂຈເຊບ ມາເຣຍ ບາໂຕ ເມວ ປະທານສະໂມສອນ ບາ ເຊໂລນາ ອອກມາຍອມຮັບວ່າ ຫາກແຄວ້ນຄາຕາລັນ ແຍກ ໂຕເປັນເອກະລາດຈາກ ປະ ເທດສະເປນ ມີຄວາມເປັນ ໄປໄດ້ສູງຫຼາຍທີ່ທາງ ບາເຊ ໂລນາ ຈະຕັດສິນໃຈໂບກມືລາ ການແຂ່ງຂັນ ລາລີກາ ສະ ເປນ ເພື່ອໄປເຕະໃນລີກອື່ນ.
ດ້ານ ເກຣາດ ຟິກູເອຣາສ ລັດຖະມົນຕີກິລາຂອງຄາຕາ ລັນ ໄດ້ກ່າວໃນອາທິດຜ່ານມາ ວ່າ ບາເຊໂລນາ ສາມາດທີ່ຈະ ໄປຮ່ວມແຂ່ງຂັນໃນລີກຂອງປະເທດອື່ນໄດ້ ຫາກແຄວ້ນຄາ ຕາລັນ ແຍກໂຕອອກຈາກ ສະ ເປນ ແທ້ ລວມທັງ ເອສປັນ ຢອນ ແລະ ຄິໂຣນາ 2 ສະໂມ ສອນທີ່ຢູ່ໃນການແຂ່ງຂັນລາລີກາ ສະເປນ.
ສຳລັບລີກທັງ 3 ສະໂມ ສອນອາດຍ້າຍໄປຮ່ວມເຮັດ ການແຂ່ງຂັນໄດ້ແກ່ ພຣີເມຍ ລີກ ອັງກິດ, ລີກເອິງ ຝຣັ່ງ ແລະ ກັລໂຊ ເຊເຣຍອາ ອິຕາ ລີ.
ທັງນີ້ ຫຼັງເກີດເຫດທີ່ເຈົ້າ ໜ້າທີ່ຕຳຫຼວດ ສະເປນ ທຳ ຮ້າຍປະຊາຊົນທີ່ພະຍາຍາມ ເຂົ້າໄປລົງຄະແນນຂໍແຍກຄາຕາລັນອອກຈາກ ສະເປນ ໃນ ວັນອາທິດຜ່ານມາ ລວມທັງ ລາລີກາ ບີບບັງຄັບໃຫ້ ບາເຊ ໂລນາ ລົງແຂ່ງກັບ ລາສປັລ ມາສ ແບບບໍ່ມີຜູ້ຊົມ ສົ່ງຜົນໃຫ້ ບາເຊໂລນາ ອອກມາຕອບ ໂຕ້ດ້ວຍການປິດສະໂມສອນ ໃນວັນອັງຄານທີ 3 ຕຸລາ ເພື່ອ ເປັນການປະທ້ວງລັດຖະບານ ສະເປນ ຕໍ່ເຫດການທີ່ເກີດຂຶ້ນ ທັງໝົດ.
ໂດຍ ບາເຊໂລນາ ຈະປິດ ສະໜາມຄຳນູ ລວມທັງປະ ກາດໃຫ້ນັກເຕະໃນສັງກັດທຸກຮຸ່ນ ຕັ້ງແຕ່ທີມຊຸດໃຫຍ່ໄປຈົນ ເຖິງທີມເຍົາວະຊົນ ບໍ່ຕ້ອງ ເດີນທາງມາເຝິກຊ້ອມອັງ ຄານນີ້.