ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຄຳມ່ວນ ລາຍງານວ່າ: ເວລາ 20:30 ໂມງ ຂອງວັນທີ 8 ກຸມພາ 2024, ມີອຸບັດຕິເຫດລົດໃຫຍ່ ຕຳກັບ ລົດຈັກ 2 ຄັນ ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານໂພນເຍຍ ເມືອງທ່າແຂກ ແຂວງຄຳມ່ວນ.
ດັ່ງນັ້ນໜ່ວຍກູ້ໄພຈຶ່ງອອກກວດສອບເຫດ ພົບເຫັນຜູ້ເສຍຊີວິດ 2 ຄົນ ແລະ ຜູ້ບາດເຈັບ 2 ຄົນເພດຊາຍ, ສ່ວນລົດໃຫຍ່ໄດ້ຫລົບໜີໄປ.