ປະກາດແຕ່ງຕັ້ງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຜູ້ໃໝ່

ວັນທີ 7 ກຸມພາ 2024 ຫ້ອງວ່າການນະຄອນຫລວງວຽງຈັນ ໄດ້ປະກາດ ແຕ່ງຕັ້ງ ທ່ານ ບຸນຍະວັດ ນິລະໄຊຍ໌ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຜູ້ໃໝ່ ແລະ ປະກາດຍົກຍ້າຍທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ເປັນເຈົ້າເມືອງຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ມີຄຳເຫັນໂອ້ລົມວ່າ: ການແຕ່ງຕັ້ງ, ສັບຊ້ອນໝູນວຽນພະນັກງານເປັນວຽກງານປົກກະຕິຂອງວຽກງານຄຸ້ມຄອງບຸກຄະລາກອນບົນຫລັກການມີຂຶ້ນມີລົງ, ມີເຂົ້າມີອອກ ແລະ ໝູນວຽນປ່ຽນແທນ ແລະ ການມອບໝາຍໜ້າທີ່ໃນຄັ້ງນີ້ສຸດທີ່ມີຄວາມໝາຍ-ຄວາມສໍາຄັນໃນເງື່ອນໄຂສະພາບການທັງພາຍໃນ ແລະ ສາກົນ ມີທັງສິ່ງທີ່ເອື້ອອໍານວຍ ແລະ ມີສິ່ງທ້າທາຍຫລາຍຢ່າງ, ເຊື່ອໝັ້ນວ່າທ່ານທີ່ຖືກແຕ່ງຕັ້ງໃນຄັ້ງນີ້ຈະນໍາເອົາບົດຮຽນ ແລະ ປະສົບການທີ່ມີ ເພື່ອສືບຕໍ່ປັບປຸງ, ແກ້ໄຂໃນວຽກງານຂອງຕົນໃຫ້ມີໃບໜ້າໃໝ່ ມີຄວາມເຂັ້ມແຂງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

