ໂຮງງານບັ້ງໄຟພຸໃນອິນເດຍ ລະເບີດ ເສຍຊີວິດແລ້ວ 8 ຄົນ ບາດເຈັບອີກ 80 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານວັນທີ 6 ກຸມພາ 2024, ເກີດເຫດລະເບີດທີ່ໂຮງງານບັ້ງໄຟພຸແຫ່ງໜຶ່ງ ຕັ້ງຢູ່ເຂດ ຮາກາ ທາງພາກກາງຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະບາດ ເຈັບອີກ 80 ກວ່າຄົນ ແລະ ຄາດວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ ເນຶ່ອງຈາກຜູ້ໄດ້ຮັບບາດເຈັບຫລາຍຄົນ ມີອາການສາຫັດ ປັດຈຸບັນ ເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາຜູ້ສູນຫາຍອີກຈຳນວນໜຶ່ງ,ໂຮງງານແຫ່ງນີ້ມີຄົນເຮັດວຽກຢູ່ປະມານ 200-300 ຄົນ.

