ປີ 2023 ທົ່ວປະເທດອອກບັດປະຈຳຕົວແບບໃໝ່ ໄດ້ 2 ແສນກວ່າບັດ

ກອງປະຊຸມສະຫລຸບວຽກງານ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບໃນວັນທີ 31 ມັງກອນ 2024.
ພັອ ລຳໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບກ່າວວ່າ: ໃນປີ 2023, ການອອກບັດປະຈໍາຕົວແບບໃໝ່ ສຳລັບຄົນລາວ-ຄົນຕ່າງດ້າວ ໃນ17 ແຂວງ ໄດ້ທັງໝົດ 209.203 ບັດ ຍິງ 114.888 ບັດ, ໃນນັ້ນພິມບັດປະຈໍາຕົວຄົນຕ່າງດ້າວ 1.123 ບັດ ຍິງ 507 ບັດ.
ວຽກງານປ້ອງກັນຄວາມສະຫງົບກຸ່ມບ້ານ: ທົ່ວປະເທດມີ 1.156 ກຸ່ມບ້ານ, ມີ 8.414 ບ້ານ. ໃນນັ້ນ, ມີກຳລັງປ້ອງກັນຄວາມສະຫງົບກຸ່ມບ້ານ ຫຼາຍກວ່າ 5.800 ຄົນ, ຍິງ 246 ຄົນ, ໄດ້ຊຸກຍູ້ຕິດຕາມການຜະລິດທະບຽນເລກທີປ້າຍເຮືອນ ໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 1.012.206 ປ້າຍ, ຜະລິດສຳເລັດ 445.729 ປ້າຍ, ຕິດຕັ້ງແລ້ວ 267.172 ປ້າຍ ແລະ ກຳລັງຜະລິດ ແລະ ຕິດຕັ້ງ 13 ແຂວງ, ລົງເກັບກຳຂໍ້ມູນແລ້ວ ແຕ່ຍັງບໍ່ທັນໄດ້ຜະລິດ ມີ 3 ແຂວງ; ກຳລັງເກັບກຳຂໍ້ມູນ ມີ 1 ແຂວງ ແລະ ຜະລິດສຳເລັດແລ້ວ 1 ແຂວງ.

