ປະທານປະເທດ ສົ່ງໂທລະເລກອວຍພອນ ເນື່ອງໃນໂອກາດບຸນປີໃໝ່ຈີນ

 ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ.
ເນື້ອໃນຂອງໂທລະເລກ ລະບຸວ່າ: ສະຫາຍ ສີ ຈິ້ນຜິງ ທີ່ນັບຖື, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຫາຍ ແລະ ພັນລະຍາ ທີ່ໄດ້ສົ່ງບັດອວຍພອນປີໃໝ່ສາກົນ 2024 ທີ່ງົດງາມ ແລະ ເຕັມໄປດ້ວຍ ໄມຕີຈິດມິດຕະພາບອັນສະໜິດສະໜົມອົບອຸ່ນ ເຖິງຂ້າພະເຈົ້າ ແລະ ພັນລະຍາ ແລະ ໃນໂອກາດບຸນປີໃໝ່ຈີນ (ປີມະໂລງ) ທີ່ຈະມາເຖິງນີ້, ຕາງໜ້າຄະນະບໍລິຫານງານສູນກາງ ພັກປະ ຊາຊົນ ປະຕິວັດລາວ ກໍຄື ໃນນາມສ່ວນຕົວ ແລະ ພັນລະຍາ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ສະຫາຍ ພ້ອມດ້ວຍຄອບຄົວ ແລະ ຜ່ານ ສະຫາຍ ໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ດ້ວຍທ່ວງທ່າທີ່ໜັກແໜ້ນກວ່າເກົ່າ ໂດຍສະເພາະແມ່ນ ການລົງນາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ ແລະ ຜົນການພົບປະກັບ ສະຫາຍ ໃນໂອກາດເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຄັ້ງທີ 3 ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ໃນທ້າຍປີ 2023 ຜ່ານມາ ເຊິ່ງເປັນບາດກ້າວ ທີ່ມີຄວາມໝາຍສໍາຄັນປະຫວັດສາດ ຂອງ ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃນໄລຍະໃໝ່. ຂ້າພະເຈົ້າ ຍິນດີຮ່ວມກັບສະຫາຍ ສືບຕໍ່ຊີ້ນໍາໃນການເພີ່ມທະວີ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບທີ່ສູງກວ່າເກົ່າ ເພື່ອສືບຕໍ່ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ເນື່ອງໃນໂອກາດ ອັນເບີກບານມ່ວນຊື່ນຕ້ອນຮັບປີໃໝ່ ປະເພນີປະຊາຊົນຈີນນີ້, ຂ້າພະເຈົ້າພ້ອມດ້ວຍພັນລະຍາ ຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍ ພ້ອມດ້ວຍພັນລະຍາ ແລະ ຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ ແລະ ອວຍພອນໃຫ້ ປະຊາຊົນຈີນ ອ້າຍນ້ອງ ຈົ່ງສືບຕໍ່ມີຄວາມສົມບູນພູນສຸກ ແລະ ວັດທະນາຖາວອນ; ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ຫລິວ ຈ້ຽນຊາວ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ.