ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍການນຳພັກ-ລັດ ມອບເຄື່ອງອຸປະໂພກ- ບໍລິໂພກ ແລະ ເງິນຈຳນວນໜຶ່ງ ໃຫ້ບັນດາກົມກອງ ຢູ່ແຂວງຫົວພັນ

ວັນທີ 1-2 ກຸມພາ 2024, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ການນຳພັກ- ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຫົວພັນ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949- 20 ມັງກອນ 2024) ເພື່ອພົບປະໂອ້ລົມ ນາຍ ແລະ ພົນທະຫານ ແລະ ຊຸກຍູ້ຊ່ວຍເຫລືອ, ມອບເຄື່ອງ ໃຫ້ກຳລັງໃຈໃນການປະຕິບັດໜ້າທີ່ ແລະ ຢ້ຽມຊົມບັນດາຖານທີ່ໝັ້ນຂອງການປະຕິວັດ.
ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງທຸກຂັ້ນໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະແມ່ນກຳລັງປະກອບອາວຸດ ທີ່ເຮັດໜ້າທີ່ປົກປັກຮັກສາເຂດນໍ້າແດນດິນ, ເຮັດໃຫ້ປະເທດຊາດຂອງພວກເຮົາໝັ້ນຄົງຕະຫລອດມາ ໂດຍສະເພາະໃນທົ່ວແຂວງຫົວພັນ ໄດ້ມີຄວາມສະຫງົບປອດໄພໂດຍພື້ນຖານ, ປະຊາຊົນ ກໍປະກອບສ່ວນຢ່າງຕັ້ງໜ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ແຂວງຫົວພັນ ມີການຂະຫຍາຍຕົວທາງດ້ານເສດຖະກິດ-ວັດທະນະທຳ-ສັງຄົມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ພ້ອມນີ້, ຄະນະຍັງໄດ້ລົງຢ້ຽມຢາມກອງຮ້ອຍທະຫານຊາຍແດນ 18 ແລະ ມອບເຄື່ອງອຸປະໂພກ- ບໍລິ ໂພກ, ອຸປະກອນການກິລາ ແລະ ມອບເງິນປະກອບສ່ວນເຂົ້າໃນການກໍ່ສ້າງປັບປຸງສະຖານທີ່ຄ້າຍຄູ ຂອງກອງຮ້ອຍທະຫານຊາຍແດນ 18 ວິລະຊົນຢູ່ຜາຖີ່ ມູນຄ່າ 300 ລ້ານກວ່າກີບ ແລະ ຢ້ຽມຢາມ ກອງພັນ 163 ເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ມອບເງິນ 100 ລ້ານກີບ ເພື່ອນຳໄປພັດທະນາປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ.

