ສຶກສາຄວາມເປັນໄປໄດ້ການປັບປຸງຊົນລະປະທານນໍ້າຫຸມ ແລະ ນໍ້າຊວງເມືອງນາຊາຍທອງ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໃນການສຶກສາຄວາມເປັນໄປໄດ້ໂຄງການປັບປຸງຊົນລະປະທານນໍ້າຫຸມ ແລະ ນໍ້າຊ່ວງເມືອງນາຊາຍທອງນະຄອນຫລວງວຽງຈັນໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມານີ້, ຢູ່ທີ່ກົມຊົນລະປະທານກະຊວງກະຊິກໍາ-ປ່າໄມ້ລະຫວ່າງ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ແລະ ທ່ານ ລິວຢູນເປັງ ຮອງປະທານລັດວິສາຫະກິດວິສະວະກໍາພະລັງງານ ສປຈີນ (SINO MEC), ໂດຍມີຮອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້, ຮອງເຈົ້າຄອງນະຄອນຫລວງ, ຮອງເຈົ້າແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫົວໜ້າກົມຊົນລະປະທານ ກ່າວວ່າ: ຊົນລະປະທານນ້ຳຫຸມ ແລະ ນ້ຳຊວງ ເປັນໂຄງການຈຸດສຸມບູລິມະສິດຂອງລັດຖະບານ ສ້າງຂຶ້ນໃນປີ 1978 ເພື່ອສະໜອງນໍ້າໃຫ້ຊາວກະສິກອນໃນເຂດເມືອງນາຊາຍທອງນະຄອນຫລວງວຽງຈັນ ແລະ ເມືອງໂພນໂຮງແຂວງວຽງຈັນ, ໄດ້ທໍາການຜະລິດກະສິກຳປູກເຂົ້າ, ພືດ ແລະ ລ້ຽງສັດໄດ້ທັງ 2 ລະດູຄືລະດູແລ້ງ ແລະ ລະດູຝົນ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ຜະລິດໃຫ້ກາຍເປັນສິນຄ້າ ແລະ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກໍຄືຮັບປະກັນໃຫ້ມີນ້ຳຮັບໃຊ້ການຜະລິດໃຫ້ພຽງພໍ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ສຶກສາທ່າແຮງຂອງແຫລ່ງນ້ຳກໍຄືຊັບພະຍາກອນນ້ຳຄື່ນໃໝ່, ຍ້ອນສະພາບດິນຟ້າອາກາດມີການປ່ຽນແປງ, ສົມທົບໃສ່ດ້ານໂຄງລ່າງຂອງໂຄງການເກົ່າແກ່ຊຸດໂຊມ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ຟື້ນຟູສ້ອມແປງ, ຍົກລະດັບໂຄງການໄປສູ່ທັນສະໄໝ, ຮັບປະກັນໃຫ້ແກ່ການສະໜອງນ້ຳໃນເຂດ 2 ໂຄງການທີ່ມີເນື້ອທີ່ປະມານ 7.600 ເຮັກຕາ, ເຊິ່ງການສຶກສາຄວາມເປັນໄປໄດ້ນີ້ແມ່ນບາດກ້າວສຳຄັນກ່ອນຈະເຖິງຂັ້ນຕອນຂອງການພັດທະນາໂຄງການ ແລະ ເຊື່ອໝັ້ນວ່າ ລັດວິສາຫະກິດວິສະວະກຳພະລັງງານຂອງຈີນນີ້, ຈະນຳເອົາເຕັກນິກວິຊາການແລະ ປະສົບການ, ພ້ອມທັງທຶນຮອນສຸມໃສ່ເຂົ້າໃນການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວສໍາເລັດຕາມແຜນການວາງໄວ້.
+ສຶກສາຄວາມເປັນໄປໄດ້ໂຄງການຊົນລະປະທານກຸດຟ້າແມບຢູ່ເມືອງທ່າພະບາດ

