ສະຫລຸບການຈັດຕັ້ງປະຕິບັດວຽກງານ ຍທຂ ປະຈໍາປີ 2023

ທ່ານ ບົວລີ ສຸຂະວົງ ຮອງຫນ້າພະແນກ ຍທຂ ແຂວງເຊກອງລາຍງານຕໍ່ ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະຂົນສົ່ງ (ຍທຂ) ວັນທີ 29 ມັງກອນ 2024 ນີ້ວ່າ: ທົ່ວແຂວງມີເສັ້ນທາງ 291 ເສັ້ນ, ຍາວ 2.077,81 ກິໂລແມັດ(ກມ), ໃນນັ້ນທາງເບຕົງ 4,2 ກມ, ອັດສະຟານ 8,02 ກມ; ປູຢາງ 346,98 ກມ; ປູຫີນແຮ່ ດິນແດງ 1.072,26 ກມ, ປູດິນທຳມະຊາດ 646,35 ກມ; ບ້ານມີເສັ້ນທາງເຂົ້າເຖິງ 201 ບ້ານ ກວມເອົາ 99,01% ຂອງຈໍານວນບ້ານໃນທົ່ວແຂວງ (203 ບ້ານ), ໃນນີ້ບ້ານບໍ່ມີເສັ້ນທາງເຂົ້າເຖິງ 2 ບ້ານ, ກວມເອົາ 0,99%, ບ້ານມີເສັ້ນທາງເຂົ້າເຖິງທຽວໄດ້ລະດູດຽວ 43 ບ້ານ ກວມເອົາ 21,18% ໃນນີ້ ເມືອງກະລຶມ 34 ບ້ານ, ເມືອງດາກຈຶງ 9 ບ້ານ; ບ້ານມີເສັ້ນທາງເຂົ້າເຖິງທຽວໄດ້ສອງລະດູ 158 ບ້ານກວມເອົາ 77,83%, ໃນນີ້ ເມືອງລະມາ 45 ບ້ານ, ເມືອງກະລຶມ 16 ບ້ານ, ເມືອງດາກຈຶງ 50 ບ້ານ, ເມືອງທ່າແຄງ 47 ບ້ານ; ທົ່ວແຂວງ ມີຂົວ 34 ແຫ່ງ ລວງຍາວ 1.553,04 ແມັດ, ໃນນັ້ນ ຂົວເບຕົງ 18 ແຫ່ງ, ຍາວ 1.080 ແມັດ, ຂົວເບເລ 11 ແຫ່ງ, ຍາວ 324,04 ແມັດ, ຂົວໄມ້ 1 ແຫ່ງ, ຍາວ 24 ແມັດ, ຂົວປະສົມ 1ແຫ່ງ, ຍາວ 25 ແມັດ, ຂົວອູ່ 3 ແຫ່ງ, ຍາວ 100 ແມັດ.
ນອກນີ້ ຍັງມີໂຄງການກໍ່ສ້າງຂົວ-ທາງ ທີ່ຈັດຕັ້ງປະຕິບັດ ໃນປີ 2023 ມີ 27 ໂຄງການ ໃນນີ້ໂຄງການນຳໃຊ້ເງິນກອງທຶນທາງ ມີ 4 ໂຄງການ, ໂຄງການສືບຕໍ່ 17 ໂຄງການ, ໂຄງການໃໝ່ 1 ໂຄງການ, ໂຄງການບູລະນະຮັກສາທາງຫຼວງແຫ່ງຊາດ(ສ້ອມແປງ-ເຝົ້າລະວັງ ແບບມອບເໝົາ 3ປີ) ມີ 5 ໂຄງການ; ໄດ້ສຳເລັດການຂຽນບົດສະເໜີໂຄງການ ແຜນຜັງເມືອງ ແລະ ຜັງບ້ານ ທັງສາຍຕັ້ງ ແລະ ສາຍຂວາງ ຄື: ຜັງເມືອງທ່າແຕງ, ຜັງບ້ານກະສັງກາງ, ຜັງບ້ານກົງຕາຢູນ, ຜັງບ້ານໂພນ, ຜັງບ້ານຫຼັກຂາວ ໃນນີ້ຜັງບ້ານກົງຕາຢູນ ແລະ ຜັງເມືອງທ່າແຕງ ທາງກົມເຄຫາ-ຜັງເມືອງ ກະຊວງ ຍທຂ ກຳລັງພິຈາລະນາຄົ້ນຄວ້າເພື່ອເຊັນແບບ, ໄດ້ລົງສຳຫຼວດພື້ນທີ່ວາງແຜນຜັງເມືອງໃໝ່ (ເມືອງທີ 5 ຂອງແຂວງ) ແລະ ລາຍງານ ພ້ອມໄດ້ສະເໜີແບບເບື້ອງຕົ້ນໃຫ້ຂັ້ນເທິງພິຈາລະນາຮັບຮອງ, ໄດ້ລົງຕິດຕາມການທະລຸຜັງເມືອງລະມາມ ຫຼັງໂຮງຮຽນຊົນເຜົ່າ ຮ່ວມກັບຂະແໜງຂົວທາງ ມາຮອດປະຈຸບັນ ແມ່ນໄດ້ລົງມືຈັດຕັ້ງປະຕິບັດ, ໄດ້ລົງຕິດຕາມຮ່ວມກັບຂະແໜງຂົວທາງ ໃນການກໍ່ສ້າງເສັ້ນທາງ ເຂດບ້ານເພຍໃໝ່, ບ້ານໃໝ່ຫົວເມືອງ ແລະ ເຂດບ້ານໂພນ ສຳເລັດ 100%.

