ມອບ-ຮັບໜ້າທີ່ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່

ການມອບ-ຮັບ ໜ້າທີ່ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຜູ້ເກົ່າ ກັບ ທ່ານວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຜູ້ໃໝ່. ດຳເນີນໄປ ໃນວັນທີ 1 ກຸມພາ 2024 ນີ້, ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫລວງວຽງຈັນ ເປັນປະທານຮ່ວມ.
ນີ້ແມ່ນປະຕິບັດຕາມ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການຍົກຍ້າຍຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າພະແນກ ການເງິນ ນະຄອນຫລວງວຽງຈັນ, ເຊິ່ງໄດ້ຕົກລົງຍົກຍ້າຍ ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຜູ້ເກົ່າ ໄປປະຈໍາການຢູ່ຫ້ອງວ່າການນະຄອນຫລວງວຽງຈັນ ແລະ ຕົກລົງແຕ່ງຕັ້ງ ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຂຶ້ນເປັນຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຜູ້ໃໝ່.
ການສັບປ່ຽນໝູນວຽນປັບປຸງບຸກຄະລາກອນ ໃນຄັ້ງນີ້, ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ຂອງຂະແໜງການເງິນ ໃນໄລຍະໃໝ່ ໂດຍສະເພາະແມ່ນການສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການແກ້ໄຂ ບັນຫາໜີ້ສິນສາທາລະນະ, ປັບປຸງມາດຕະການຄຸ້ມຄອງງົບປະມານ ເປັນທັນສະໄໝ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

