ປີ 2023 ຜ່ານມາ ເມືອງໄຊທານີ ມີຄະດີ ເກີດຂຶ້ນທັງໝົດ 415 ເລື່ອງ ຫລາຍກວ່າໝູ່ ແມ່ນງັດແງະ-ລັກຊັບ ພົນລະເມືອງ

ວັນທີ 1 ກຸມພາ 2024 ນີ້, ກອງບັນຊາການ ປກສ ເມືອງໄຊທານີ ໄດ້ຈັດກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2023 ແລະ ທິດທາງວຽກງານຈຸດສຸມ ປີ 2024.

ພັທ ວິລັດ ລາສີຈັນ ຫົວໜ້າຫ້ອງການ ປກສ ເມືອງໄຊທານີ ລາຍງານວ່າ: ໄລຍະ 1 ປີຜ່ານມາ ທົ່ວເມືອງໄຊທານີ ໄດ້ຮັບແຈ້ງຄວາມຄະດີອາຍາທັງໝົດ 415 ເລື່ອງ ໃນນັ້ນຫຼາຍກວ່າໝູ່ແມ່ນແຈ້ງຄວາມເຫດການງັດແງະ-ລັກຊັບພົນລະເມືອງມີເຖິງ 241 ເລື່ອງ, ແກ້ໄຂໄດ້ 195 ເລື່ອງ, ກັກຜູ້ຖືກຫາ 250 ຄົນ ແລະ ຄະດີອື່ນໆ 174 ເລື່ອງ ພ້ອມນັ້ນຍັງໄດ້ຮັບເອກະສານ ແລະ ໜັງສືສະເໜີຄຳຮ້ອງຕ່າງໆ 452 ສະບັບ ມອບໃຫ້ກອງວິຊາສະເພາະສອບສວນ 379 ເລື່ອງ, ຕ້ານຢາເສບຕິດ 28 ເລື່ອງ, ຄຸມຂັງ 20 ເລື່ອງ, ຈະລາຈອນ 23 ເລື່ອງ ແລະ ຕໍາຫລວດທາງລົດໄຟ 2 ເລື່ອງ, ສະເພາະ ຄະດີງັດແງະ-ລັກຊັບພົນລະເມືອງ 241 ເລື່ອງນັ້ນໄດ້ສ້າງຜົນເສຍຫາຍ ລົດຈັກ 327 ຄັນ, ເງິນ 1.622 ລ້ານກວ່າກີບ, 369.700 ບາດ, 23.100 ໂດລາ, ຄຳຮູບປະພັນ 30 ບາດ ກັບ 5 ຫຸນ, ຄຳຝຣັ່ງ 2 ບາດ, ສາຍແອວທອງນາກ 1 ເສັ້ນ, ປືນສັ້ນ 59 ຈຳນວນ 1 ກະບອກ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ;

ລວມແລ້ວ ຄະດີທີ່ເກີດຂຶ້ນຢູ່ເມືອງໄຊທານີທັງ 415 ເລື່ອງ ສາມາດແກ້ໄຂໄດ້ 301 ເລື່ອງ ແລະ ເກັບກູ້ຄືນ ພ້ອມຢຶດຂອງກາງໄດ້ ມີເງິນ 604 ລ້ານກວ່າກີບ, 90.000 ບາດ, 6.060 ໂດລາ, ລົດຈັກ 82 ຄັນ, ຄໍາຮູບປະພັນ 11 ບາດ 2 ສະຫລຶງ, ໃບຕາດິນຂອບທອງ 1 ໃບ ແລະ ທອງ ນໍ້າໜັກ 30 ກິໂລກຣາມ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບอาจเป็นรูปภาพของ 3 คน, แท่นบรรยาย และ ข้อความ

 

อาจเป็นรูปภาพของ 7 คน และ ข้อความ