ລັດຖະບານ ຈະຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ສຳເລັດໂດຍໄວ

ໃນເດືອນກຸມພາ 2024 ນີ້, ລັດຖະບານຈະຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ສຳເລັດໄວຕາມທີ່ໄດ້ຊີ້ນຳໃນກອງປະຊຸມລັດຖະ ບານເປີດກວ້າງຜ່ານມາ, ສືບຕໍ່ສັງລວມເອົາຂໍ້ແຂ່ງຂັນຍ້ອງຍໍ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປີ 2024 ແລະ ໃຫ້ໄດ້ອອກມະຕິຮັບຮອງໂດຍໄວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຕາມແຜນວຽກຈຸດສຸມທີ່ລັດຖະບານ ຈະສຸມໃສ່ປະຕິບັດໃນຂົງເຂດວຽກງານວັດທະນະທຳ-ສັງຄົມ, ພ້ອມທັງ, ຮີບຮ້ອນຄົ້ນຄວ້ານະໂຍບາຍສະເພາະສຳລັບແຂວງ ທີ່ຍັງທຸກຍາກ ໂດຍຖອດຖອນບົດ ຮຽນຈາກແຂວງໄຊສົມບູນ;

ຄຽງຄູ່ກັນນີ້ ກໍສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກກົດໝາຍ ແລະ ເກັບກຳໂຕເລກສະຖິຕິໃຫ້ເປັນປົກກະຕິ; ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກງານການຈັດຫາງານ ແລະ ສ້າງວຽກເຮັດງານທຳໃຫ້ແຮງງານລາວໃຫ້ກ້າວໜ້າ ແລະ ເປັນລະບົບ; ສືບຕໍ່ເອົາໃຈໃສ່ຊີ້ນໍາຂະແໜງ ການທ່ອງ ທ່ຽວ ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວ ໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງຢ່າງເຄັ່ງຄັດ ໂດຍສະເພາະ ແມ່ນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ຫລີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບຕໍ່ພາບພົດການທ່ອງທ່ຽວລາວ, ຖ້າມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກ ສ່ວນກ່ຽວ ຂ້ອງ ຮີບຮ້ອນຊີ້ແຈງແກ້ໄຂໃຫ້ທັນເວລາ, ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດເຂີນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ໃຫ້ເປັນຮູບປະທຳ ເພາະບັນຫານີ້ ແມ່ນບັນຫາຮີບດ່ວນ ທີ່ຈະຕ້ອງໄດ້ເລັ່ງແກ້ໄຂ.