ຂ່າວດີ! ຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ຢູ່ໂຮງໝໍແຂວງວຽງຈັນ

ໃນເດືອນມີນາ 2024 ນີ້, ໂຮງໝໍແຂວງວຽງຈັນ ຮ່ວມມືກັບທີມງານແພດຜ່າຕັດ ຈາກປະເທດ ສ ເກົາຫລີ  ຈະເປີດບໍລິການ ຜ່າຕັດສົບແຫວ່ງ-ເພດານໂຫວ່ ຢູ່ທີ່ໂຮງໝໍແຂວງວຽງຈັນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ. ດັ່ງນັ້ນ, ຈຶ່ງແຈ້ງ ແລະ ເຊີນຊວນໃຫ້ຜູ້ມີລູກຫລານທີ່ມີບັນຫາຜິດປົກກະຕິທາງຮ່າງກາຍມາຮັບການປິ່ນປົວ ຢູ່ໂຮງໝໍແຂວງວຽງຈັນ ເລີ່ມໃນເດືອນມີນາ 2024 ນີ້.

ຫາກທ່ານສົນໃຈສາມາດສອບຖາມໄດ້ ທີ່ເບີໂທລະສັບ 020 5441 1111 ແລະ ລົງທະບຽນໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເພື່ອໃຫ້ທ່ານໝໍໄດ້ກວດ ແລ້ວຂຶ້ນແຜນຜ່າຕັດ.