ເປີດນໍາໃຊ້ຂົວມິດຕະພາບລາວ-ມຽນມາ ຢູ່ເຂດຊາຍແດນແຂວງຫລວງນໍ້າທາ

ພິທີເປີດການນໍາໃຊ້ຂົວມິດຕະພາບລາວ-ມຽນມາ ໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2024  ທີ່ຂົວມິດຕະພາບລາວ-ມຽນມາ ເຂດຊາຍແດນແຂວງຫລວງນໍ້າທາ, ເຂົ້າຮ່ວມຂອງທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫລວງນໍ້າທາ, ມີທ່ານ ອູອອງ ຈໍເອ້ຍ ເຈົ້າຄອງນະຄອນລັດສານ ສາທາລະນະລັດ ສະຫະພາບ ມຽນມາ (ສສ ມຽນມາ).

ການເປີດນໍາໃຊ້ຂົວມິດຕະພາບໃນຄັ້ງນີ້, ເພື່ອເປັນການຮອງຮັບແກ້ໄຂການຂົນສົ່ງສິນຄ້າຂ້າມຊາຍແດນ ແລະ ເຮັດໃຫ້ປະຊາຊົນຢູ່ເຂດຊາຍແດນໄດ້ມີການໄປມາຫາສູ່ກັນ, ຮັບປະກັນໃຫ້ການຮ່ວມມື ສປປ ລາວ ກັບ ສສ ມຽນມາ ສາມາດພັດທະນາຢ່າງຕໍ່ເນື່ອງ ແລະ ນໍາຜົນປະໂຫດຍຕົວຈິງຂອງປະຊາຊົນທັງສອງຊາດໃຫ້ເປັນຮູບປະທໍາຢ່າງຈະແຈ້ງ, ເປັນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງປະຊາຊົນທັງສອງຊາດ ຊຶ່ງໄດ້ມີການລາດຕະເວນຕາມລໍາແມ່ນໍ້າຂອງຢ່າງເປັນປົກກະຕິ, ພາຍຫລັງທີ່ເປີດການນໍາໃຊ້ຂົວຢ່າງເປັນທາງການແລ້ວ ປະຊາຊົນລາວຜູ້ທີ່ຈະເຂົ້າ-ອອກເມືອງແມ່ນຈະຕ້ອງໄດ້ປະຕິບັດ ແລະ ປະກອບເອກະສານຄື: ບັດປະຈໍາຕົວ, ປຶ້ມສໍາໂນຄົວ ສະບັບຕົ້ນ, ຮູບຂະໜາດ 3×4 ພື້ນສີຂາວ (ຮູບຖ່າຍບໍ່ເກີນ 2 ເດືອນ) ປຶ້ມຜ່ານແດນ ຫຼືໃບຜ່ານແດນຊົ່ວຄາວ.

ສໍາລັບການໃຊ້ປຶ້ມຜ່ານແດນແມ່ນສາມາດຢູ່ປະເທດມຽນມາໄດ້ 14 ວັນ 13 ຄືນ, ໃຊ້ໃບຜ່ານແດນຊົ່ວຄາວ ສາມາດຢູ່ປະເທດມຽນມາໄດ້ 7 ວັນ 6 ຄືນ ກໍານົດປາຍທາງແມ່ນສາມາດຮອດແຂວງທ່າຂີ້ເຫລັກລັດສານ, ຄ່າບໍລິການ: ສໍາລັບເຮັດປຶ້ມຜ່ານແດນ 80.000 ກີບຕໍ່ຫົວ, ໃບຜ່ານແດນຊົ່ວຄາວ 25.000 ກີບຕໍ່ໃບ, ຄ່າຈໍາໃບອອກເມືອງ 8.000 ກີບຕໍ່ໃບ. ທັງນີ້ເພື່ອປົກປ້ອງການຄ້າຂາຍເຖື່ອນ ແລະ ການເຂົ້າ-ອອກເມືອງຜິດກົດໝາຍ.