ລາວ – ສິງກະໂປ ເຫັນດີຊຸກຍູ້ສົ່ງເສີມການຮ່ວມມື ດ້ານການຄ້າ ແລະ ການລົງທຶນ

ວັນທີ 27 ມັງກອນ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian BALAKRISHNAN) ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ ໄດ້ພົບປະສອງຝ່າຍ ໃນໂອກາດມາຢ້ຽມຢາມ ສປປ ລາວ ແລະ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ຄົບຮອບ 50 ປີ ໃນປີ 2024 ນີ້.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ຂອງສອງປະເທດ ລາວ ແລະ ສິງກະໂປ ຕະຫລອດໄລຍະ 5 ທົດສະວັດທີ່ຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ, ການພົວພັນຮ່ວມມືຂອງບັນດາຫົວໜ່ວຍທຸລະກິດ, ການຮ່ວມມືດ້ານ ການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ພ້ອມທັງໄດ້ ສືບຕໍ່ຊຸກຍູ້ສົ່ງເສີມຂະແໜງການກ່ຽວຂ້ອງ ຂອງສອງປະເທດ ລາວ ແລະ ສິງກະໂປ ຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມື ຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ ໂດຍສະເພາະ ການຮ່ວມມືໃນຂະແໜງພະລັງງານສະອາດ, ສິນເຊື່ອກາກບອນ (Carbon Credit), ວຽກງານປ້ອງກັນຄວາມສະຫງົບ ແລະ ການສຶກສາ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມທາງການ ຢູ່ ປະເທດສິງກະໂປ ຂອງການນໍາຂັ້ນສູງຂອງ ສປປ ລາວ ໃນອະນາຄົດອັນໃກ້ນີ້.

ສອງຝ່າຍ ເຫັນດີເປັນເອກະພາບ ໃນການຮ່ວມມືກັນຢ່າງໃກ້ຊິດ ໃນການຊຸກຍູ້ສົ່ງເສີມການຮ່ວມມື ໃນຂະແໜງອຸດສາຫະກໍາ, ກະສິກໍາ ເພື່ອສົ່ງເສີມການຮ່ວມມື ດ້ານການຄ້າ ແລະ ການລົງທຶນຂອງ ສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່, ລວມທັງການຮ່ວມມືດ້ານການທ່ອງທ່ຽວ ເພື່ອຊຸກຍູ້ການໄປມາຫາສູ່ ຂອງປະຊາຊົນສອງຊາດ ລາວ ແລະ ສິງກະໂປ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ລວມທັງການປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອການພັດທະນາໃນຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ຂອບການຮ່ວມມືອາຊຽນ ເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນ 2024 ແລະ ການຈັດປີທ່ອງທ່ຽວລາວ ໃນປີ 2024 ນີ້.

ສປປ ລາວ ແລະ ສ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 2 ທັນວາ 1974. ມາຮອດປັດຈຸບັນ, ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າທັງໝົດ 362 ລ້ານໂດລາສະຫະລັດ ໃນ 83 ໂຄງການ ເຊິ່ງຈັດຢູ່ໃນອັນດັບທີ 10 ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ ແລະ ໃນໄລຍະ 5 ປີ ທີ່ຜ່ານມາ ການຄ້າສອງຝ່າຍ ບັນລຸໄດ້ 451,4 ລ້ານໂດລາສະຫະລັດ ແລະ ປັດຈຸບັນ ໄດ້ມີການໃຫ້ບໍລິການຖ້ຽວບິນໂດຍກົງ ສິງກະໂປ-ລາວ-ສິງກະໂປ 3 ມື້ຕໍ່ອາທິດ.