ນາຍົກລັດຖະມົນຕີ ສະ​ແດງ​ຄວາມຍິນ​ດີ ແລະ ຂອບໃຈຕໍ່ການມາຢ້ຽມຢາມຂອງລັດຖະມົນຕີຕ່າງປະເທດສິງກະໂປ

ວັນທີ 27 ມັງກອນ 2024 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວິວຽນ ບາລາຄຣິສນານ (H.E Dr. Vivian BALAKRISHNAN), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ວົງແຄບ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-29 ມັງກອນ 2024.

ທ່ານ ນາຍົກ ສອນໄຊ ສີພັນດອນ ໄດ້ສະ​ແດງ​ຄວາມຍິນ​ດີຕ້ອນ​ຮັບ ແລະ ຊົມເຊີຍຕໍ່ທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ແລະ ຄະນະ, ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສິງກະໂປການກະກຽມ ກິດຈະກໍາການສະເຫລີມສະຫລອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃນປີ 2024 ນີ້. ພ້ອມດຽວກັນກໍໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງທ່ານ ລີ ຊຽນ ລຸງ ​ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ແລະ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນ ສປປລາວ ໃນການພັດທະນາຊັບພະຍາກອນມະນຸດ ໃນຫລາຍຮູບແບບຕະຫລອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນຝຶກອົບຮົມໃນຂອບການຮ່ວມມື IAI ແລະ ທຶນການສຶກສາໃນລະດັບຕ່າງໆ ເຊິ່ງເປັນການສະໜັບສະໜູນທີ່ສໍາຄັນ ໃນການຍົກລະດັບຂີດຄວາມສາມາດ ໃຫ້ແກ່ພະນັກງານລັດຖະກອນ ແລະ ນັກສຶກສາລາວ, ການສະໜັບສະໜູນ ຊ່ວຍເຫລືອການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມ ການຮ່ວມມືໃນຂະແໜງພະລັງງານສະອາດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ເຫັນວ່າມີທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືດ້ານການຄ້າ ແລະ ການລົງທຶນຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນໃນຕໍ່ໜ້າ.

ທ່ານ ວິວຽນ ບາລາຄຣິສນານ ສະແດງຄວາມຂອບໃຈ ທ່ານ ນາຍົກສອນໄຊ ສີພັນດອນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ສິງກະໂປ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ລວມທັງການຮ່ວມມືກັນຢ່າງໃກ້ຊິດ ເພື່ອການພັດທະນາຂອງຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ຂອບການຮ່ວມມືອາຊຽນ ກໍຄືການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ສໍາເລັດຜົນຕາມຄາດໝາຍ.