ງານມະຫະກໍາການທ່ອງທ່ຽວອາຊຽນ 2024 ໄດ້ສຸມໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ ພາຍໃນອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ

ວັນທີ 26 ມັງກອນ 2024, ງານມະຫະກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ປິດລົງດ້ວຍຜົນສຳເລັດ, ເຊິ່ງປະກອບມີ 4 ໜ້າວຽກຕົ້ນຕໍ ຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ງານວາງສະແດງການທ່ອງທ່ຽວອາຊຽນ, ກອງປະຊຸມທຸລະກິດທ່ອງທ່ຽວ ແລະ ການທັດສະນະສຶກສາ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ໂດຍໄດ້ກຳນົດຄຳຂວັນທີ່ວ່າ: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ”.
ທັງນີ້ກໍເພື່ອແນໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ ພາຍໃນອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ທັງພາກພື້ນ, ສາກົນ ແລະ ທົ່ວໂລກ ໃຫ້ເຂົ້າມາທ່ອງທ່ຽວອາຊຽນ ໃຫ້ຫລາຍຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍການຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ຄຽງຄູ່ກັບການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ເພື່ອໃຫ້ບັນລຸເປົ້າໝາຍ ດັ່ງຄຳຂວັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ກອງປະຊຸມ ໄດ້ສຸມໃສ່ການປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ບັນດາກິດຈະກຳທີ່ລະບຸໄວ້ໃນແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025 ພ້ອມທັງບັນດາກິດຈະກຳບຸລິມະສິດຫລັກຕ່າງໆ ໃນປີ 2023-2024 ເພື່ອຊຸກຍູ້ການຟື້ນຟູຂະແໜງການທ່ອງທ່ຽວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ພາຍໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອເຮັດໃຫ້ອາຊຽນ ມີຄວາມຍືນຍົງໃນອະນາຄົດ” ພ້ອມທັງ ເນັ້ນເຖິງຄວາມສຳຄັນ ໃນການຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ໃນທຸກຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມຍືນຍົງ ແລະ ການເຕີບໂຕຂອງການທ່ອງທ່ຽວອາຊຽນ ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳ ທີ່ນອນຢູ່ໃນແຜນຍຸດທະສາດ ການທ່ອງທ່ຽວອາຊຽນ 2016-2025 ຕາມແຜນທີ່ໄດ້ກຳນົດໄວ້ ໃນການສ້າງແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ຫລັງປີ 2025 ແລະ ໄດ້ຕົກລົງມອບໝາຍ ໃຫ້ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເລີ່ມສ້າງແຜນຍຸດທະສາດຕໍ່ໄປ ໃນປີ 2024 ໂດຍມີການປຶກສາຫາລື ກັບທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການອື່ນໆ ຂອງອາຊຽນ ລວມທັງພາກທຸລະກິດ ແລະ ສະຖາບັນການສຶກສາ.
