ສປປ ລາວ ໄດ້ຮັບ 4 ລາງວັນມາດຕະຖານການທ່ອງທ່ຽວອາຊຽນ

ວັນທີ 26 ມັງກອນ 2024, ພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ເນື່ອງໃນໂອກາດ ງານມະຫະກໍາການທ່ອງທ່ຽວອາຊຽນ, ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ
ການມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2024 ຄັ້ງນີ້ ລວມມີ 4 ປະເພດຄື:
- ມາດຕະຖານໂຮງແຮມຂຽວອາຊຽນ ຄັ້ງທີ 9 ປະເທດລະ 5 ລາງວັນ
- ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຄັ້ງທີ 4 ປະເທດລະ 3 ລາງວັນ
- ມາດຕະຖານສະຖານທີ່ຈັດງານອາຊຽນ:
– ປະເພດສະຖານທີ່ຈັດກອງປະຊຸມ ຄັ້ງທີ 4 ປະເທດລະ 5 ລາງວັນ
– ປະເພດສະຖານທີ່ຈັດງານວາງສະແດງ ຄັ້ງທີ 2 ປະເທດລະ 5 ລາງວັນ
– ປະເພດສະຖານທີ່ຈັດງານເທດສະການ ຄັ້ງທີ 1 ປະເທດລະ 5 ລາງວັນ
- ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຄັ້ງທີ 4 ປະເທດລະ 2 ລາງວັນ
ສໍາລັບປີ 2024 ນີ້ ລາງວັນທີ່ໄດ້ຮັບທັງໝົດ ຢູ່ບັນດາປະເທດອາຊຽນ ມີຈໍານວນ 192 ລາງວັນ ດັ່ງນີ້:
- ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ຈໍານວນ 46 ລາງວັນ
- ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຈໍານວນ 22 ລາງວັນ
- ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ຈໍານວນ 108 ລາງວັນ:
– ປະເພດສະຖານທີ່ຈັດກອງປະຊຸມ ຈໍານວນ 43 ລາງວັນ
– ປະເພດສະຖານທີ່ຈັດງານວາງສະແດງ ຈໍານວນ 32 ລາງວັນ
– ປະເພດສະຖານທີ່ຈັດງານເທດສະການ ຈໍານວນ 33 ລາງວັນ
- ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຈໍານວນ 16 ລາງວັນ
ໃນນີ້, ສປປ ລາວ ໄດ້ຮັບທັງ 4 ປະເພດລາງວັນມາດຕະຖານ ລວມມີ 20 ລາງວັນຄື: ມາດຕະຖານໂຮງ ແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ, ປະເພດຫ້ອງປະຊຸມ 5 ລາງວັນ, ປະເພດສະຖານທີ່ຈັດງານວາງສະແດງ 1 ລາງວັນ, ປະເພດ ສະຖານທີ່ຈັດງານເທດສະການ 5 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ (ຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ 01 ລາງວັນ ແລະ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ 01 ລາງວັນ) ມີລາຍລະອຽດດັ່ງລຸ່ມນີ້:
- ມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard): ເປັນມາດຕະຖານທໍາອິດທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນອາຊຽນ ຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ຊຶ່ງປີນີ້ເປັນຄັ້ງທີ 9 ໂດຍມີຈຸດປະສົງ ເພື່ອຊຸກຍູ້ໃຫ້ ບັນດາຫົວໜ່ວຍທຸລະກິດໂຮງແຮມ ແລະ ຣີສອດ ດໍາເນີນທຸລະກິດແບບມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ຕໍ່ສັງຄົມ, ຕໍ່ຊຸມຊົນ, ມີການປົກປັກຮັກສາສິ່ງແວດລ້ອມ ລວມເຖິງການນໍາໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ນໍາໃຊ້ພະລັງງານໄຟຟ້າ ແລະ ນ້ຳຢ່າງມີປະສິດທິພາບ, ສົ່ງເສີມໃຫ້ມີການສ້າງວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນພາຍໃນປະເທດ. ຊຶ່ງປີນີ້ ຢູ່ໃນອາຊຽນ ມີບັນດາໂຮງແຮມ ແລະ ຣີສອດ ທີ່ໄດ້ຮັບລາງວັນທັງໝົດ 46 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນ ດັ່ງມີລາຍຊື່ລຸ່ມນີ້:
- ໂຮງແຮມອາມານຕາກາ ແຂວງຫຼວງພະບາງ
- ໂຮງແຮມຢູນນານເໜີງໂຖຈຸເຈີ້ງ ຫຼວງພະບາງ (ໂຮງແຮມພູແມນ) ແຂວງຫຼວງພະບາງ
- ໂຮງແຮມພູວ່າວ ແຂວງຫຼວງພະບາງ
- ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ
- ຣີສອດເລີແກຣນ ແຂວງອຸດົມໄຊ
- ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ເລີ່ມມອບລາງວັນແຕ່ປີ 2018 ແລະ ປີນີ້ເປັນຄັ້ງທີ 3 ຊຶ່ງມີຈຸດປະສົງເພື່ອສົ່ງເສີມໃຫ້ບັນດາເມືອງທ່ອງທ່ຽວຂອງອາຊຽນ ມີການຮັກສາສິ່ງແວດລ້ອມ, ປ້ອງກັນບໍ່ໃຫ້ມີຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ແລະ ເປັນການປະກອບສ່ວນພັດທະນາບັນດາເມືອງຕ່າງໆ ໃນປະເທດສະມາຊິກອາຊຽນໃຫ້ມີຄວາມຢືນຍົງ. ຊຶ່ງປີນີ້ ຢູ່ໃນອາຊຽນ ມີເມືອງທ່ອງທ່ຽວ ທີ່ໄດ້ຮັບລາງວັນ ທັງໝົດ 23 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 02 ລາງວັນ ດັ່ງມີລາຍຊື່ລຸ່ມນີ້:
- ນະຄອນຫຼວງວຽງຈັນ
- ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ
- ມາດຕະຖານສະຖານທີ່ຈັດງານອາຊຽນ (ASEAN MICE Venue Standard)
– ປະເພດຫ້ອງປະຊຸມ ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ມີການມອບລາງວັນ ເປັນຄັ້ງທີ 4 ຊຶ່ງມີຈຸດປະສົງເພື່ອແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນມີຫ້ອງປະຊຸມທີ່ມີມາດຕະຖານ, ຄຸນນະພາບສູງ ແລະ ສາມາດແຂ່ງຂັນກັບສາກົນໄດ້ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ພາກພື້ນ ອາຊຽນໃຫ້ຫຼາຍຂຶ້ນ. ຊຶ່ງປີນີ້ ຢູ່ໃນອາຊຽນ ມີຫ້ອງປະຊຸມທີ່ໄດ້ຮັບລາງວັນທັງໝົດ 43 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນ ດັ່ງມີລາຍຊື່ລຸ່ມນີ້:
- ໂຮງແຮມຢູນນານເໜີງໂຖຈຸເຈີ້ງ ຫຼວງພະບາງ (ໂຮງແຮມພູແມນ) ແຂວງຫຼວງພະບາງ
- ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ
- ໂຮງແຮມເລີປາເລ ຊຽງແກ້ວເດິຫຼວງພະບາງ ແຂວງຫຼວງພະບາງ
- ໂຮງແຮມຫຼວງພະບາງວິວ ແຂວງຫຼວງພະບາງ
- ໂຮງແຮມດອກຈໍາປາ ແຂວງບໍລິຄໍາໄຊ
– ປະເພດສະຖານທີ່ຈັດງານວາງສະແດງ ຊຶ່ງມາດຕະຖານດັ່ງກ່າວນີ້ໄດ້ມີການມອບລາງວັນເປັນຄັ້ງທີ 2 ຊຶ່ງມີຈຸດປະສົງເພື່ອແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນມີສະຖານທີ່ຈັດງານວາງສະແດງ ທີ່ມີມາດ ຕະຖານ, ຄຸນນະພາບສູງ ແລະ ສາມາດແຂ່ງຂັນກັບສາກົນໄດ້ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ພາກພື້ນອາຊຽນໃຫ້ຫຼາຍຂຶ້ນ. ຊຶ່ງປີນີ້ ຢູ່ໃນອາຊຽນ ມີສະຖານທີ່ຈັດງານວາງສະແດງທີ່ໄດ້ຮັບລາງວັນທັງໝົດ 32 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 01 ລາງວັນ ດັ່ງມີລາຍຊື່ລຸ່ມນີ້:
– ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ
– ປະເພດສະຖານທີ່ຈັດງານເທດສະການ ຊຶ່ງມາດຕະຖານດັ່ງກ່າວນີ້ໄດ້ມີການມອບລາງວັນເປັນຄັ້ງ ທໍາອິດ ຊຶ່ງມີຈຸດປະສົງເພື່ອແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນມີສະຖານທີ່ຈັດງານເທດສະການ ທີ່ມີມາດຕະຖານ, ຄຸນນະພາບສູງ ແລະ ສາມາດແຂ່ງຂັນກັບສາກົນໄດ້ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ພາກພື້ນອາຊຽນໃຫ້ຫຼາຍຂຶ້ນ. ຊຶ່ງປີນີ້ ຢູ່ໃນອາຊຽນ ມີສະຖານທີ່ຈັດງານເທດສະ ການ ທີ່ໄດ້ຮັບລາງວັນທັງໝົດ 33 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນ ດັ່ງມີລາຍຊື່ລຸ່ມນີ້:
- ພັດຕະຄານ ເຊັນພິລາ ນະຄອນຫຼວງວຽງຈັນ
- ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ
- ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ
- ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ
- ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ
- ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Sustainable Tourism Awards) ລາງວັນດັ່ງກ່າວແມ່ນການລິເລີ່ມຂອງ ສປປ ລາວ ໃນໄລຍະ ສປປ ລາວ ເປັນປະທານອາຊຽນໃນປີ 2016. ສໍາລັບປີ 2024 ແມ່ນມອບລາງວັນເປັນຄັ້ງທີ 4 ຊຶ່ງມີຈຸດປະສົງ ເພື່ອເປັນການສ້າງແຮງຈູງໃຈໃຫ້ແກ່ຈຸດໝາຍປາຍທາງການທ່ອງທ່ຽວອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ; ເພື່ອຮ່ວມກັນພັດທະນາຜະລິດຕະພັນການທ່ອງທ່ຽວ ແລະ ເພື່ອຫຼຸດຜ່ອນບັນຫາດ້ານສິ່ງແວດລ້ອມ, ວັດທະນະທໍາ-ສັງຄົມ ແລະ ເສດຖະກິດ ທີ່ເກີດຈາກການຂະຫຍາຍຕົວຂອງການທ່ອງທ່ຽວຢ່າງວ່ອງໄວ. ຂະນະດຽວກັນ ກໍ່ໃຫ້ຄໍາແນະນຳ ແລະ ສ້າງແຮງຈູງໃຈທີ່ເປັນປະໂຫຍດໃຫ້ແກ່ພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງຜະລິດຕະພັນ ແລະ ການບໍລິການຂອງຕົນໃຫ້ໄດ້ຕາມມາດຕະຖານອາຊຽນ. ສໍາລັບຫົວຂໍ້ຂອງລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປີ 2024 ແມ່ນ “ການສົ່ງເສີມອາຫານເພື່ອການທ່ອງທ່ຽວ” ໂດຍເນັ້ນໃສ່ການໂຄສະນາສົ່ງເສີມລາຍການ ອາຫານຂອງແຕ່ລະປະເທດສະມາຊິກອາຊຽນ ເພື່ອສົ່ງເສີມໃຫ້ກາຍເປັນຜະລິດຕະພັນການທ່ອງທ່ຽວໜຶ່ງ ທີ່ມີສີສັນຫຼາກຫຼາຍ ໂດດເດັ່ນ ໂດຍອີງຕາມເອກະລັກສະເພາະຂອງແຕ່ລະທ້ອງຖິ່ນຂອງແຕ່ລະປະເທດ. ຢູ່ໃນອາຊຽນ ມີຜະລິດຕະພັນການທ່ອງທ່ຽວ ທີ່ໄດ້ຮັບລາງວັນທັງໝົດ 16 ລາງວັນ ລວມມີຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ ແລະ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ.
ສຳລັບ ສປປ ລາວ ໄດ້ຮັບ 02 ລາງວັນ ຄື:
– ຮ້ານອາຫານຄົວລາວ (ຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ) ນະຄອນຫຼວງວຽງຈັນ.
– ຮ້ານອາຫານຕາດເຍືອງ (ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ) ແຂວງຈໍາປາສັກ.
ໃນງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນໃນຄັ້ງນີ້ ໄດ້ມອບລາງວັນໃຫ້ພາກ ສ່ວນຕ່າງໆ ຈາກພາກລັດ ແລະ ບັນດາຜູ້ປະກອບການຈາກພາກທຸລະກິດ ໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງ ທ່ຽວອາຊຽນ.
ນອກຈາກນີ້, ສປປ ລາວ ຍັງໄດ້ຮັບລາງວັນ ອີກຈໍານວນ 52 ລາງວັນ ຊຶ່ງຈະມີການຈັດພິທີ ມອບລາງວັນ ໃນພາຍຫຼັງ ໂດຍຈະຈັດຂຶ້ນໃນເດືອນກຸມພາ 2024 ດັ່ງລຸ່ມນີ້:
– ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ຈໍານວນ 45 ລາງວັນ
– ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ: ປະເພດສະຖານທີ່ຈັດງານເທດສະການ ຈໍານວນ 6 ລາງວັນ
– ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຈໍານວນ 01 ລາງວັນ
ຜົນສໍາເລັດການຈັດຕັ້ງປະຕິບັດບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ທັງໝົດແມ່ນໄດ້ຮັບການຊີ້ນໍາ-ນໍາພາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການ ທ່ອງທ່ຽວໄລຍະ 2 (ADB) (Second GMS Tourism Infrastructure for Inclusive Growth Project-TIIGP2).

