ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພ ສະພາບອາກາດໜາວ ເຊົ້າວັນທີ 26 ມັງກອນ 2024 ວ່າ: ມວນອາກາດໜາວເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດ ລາວດ້ວຍກໍາລັງແຮງ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນອອກ ສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງຈະໜາວເຢັນຢູ່ຕື່ມອີກ ພ້ອມມີລົມພັດແຮງໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນ ຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ, ຫລັກຊາວ ແລະ ເຂດພູພຽງ ບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໃສຢູ່ແຂວງພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວເຢັນ ຫລາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຫົ່ມເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ. ສໍາລັບຜູ້ທີ່ເດີນທາງໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງ ຕໍ່ສະພາບໝອກໜາທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ ມີອຸບັດຕິເຫດເກີດຂຶ້ນໄດ້. ພ້ອມນີ້ຂໍໃຫ້ຕິດຕາມການແຈ້ງເຕືອນໄພ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ສໍາລັບນະຄອນຫລວງວຽງຈັນ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 17-25 ອົງສາ.