ວັນທີ 25 ມັງກອນ 2024ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຊູຢອນ ຄິມ (Soohyun Kim) ຫົວໜ້າຫ້ອງການປະຈໍາພາກພື້ນ ອົງການອຸຍແນັສໂກ ທີ່ ບາງກອກ, ເພື່ອເຮັດໜ້າທີ່ເປັນຜູ້ຕາງໜ້າຄົນໃໝ່ ຂອງ ອົງການ ອຸຍແນັສໂກ ປະຈໍາ ສປປ ລາວ.
ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ຜູ້ຕາງໜ້າຄົນໃໝ່ ອົງການອຸຍແນັສໂກ ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືຊ່ວຍເຫຼືອຂອງ ອົງການອຸຍແນັສໂກ ໃນໄລຍະຜ່ານມາ. ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່, ຫ້ອງການປະຈໍາພາກພື້ນ ອົງການອຸຍແນັສໂກ ທີ່ ບາງກອກ ກໍຄື ອົງການອຸຍແນັສໂກ ປະຈໍາ ສປປ ລາວ ຈະສາມາດສືບຕໍ່ເພີ່ມທະວີການຮ່ວມມື ແລະ ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ໂດຍສະເພາະໃນຂົງເຂດການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ທີ່ສອດຄ່ອງກັບບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX. ພ້ອມກັນນັ້ນ, ກໍໄດ້ແລກປ່ຽນກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ, ຂະບວນການກະກຽມຄວາມພ້ອມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອະນາຄົດ ແລະ ທີ່ສໍາຄັນແມ່ນ ການປະຕິບັດໜ້າທີ່ເປັນ ປະທານອາຊຽນ ຂອງ ສປປ ລາວ ຕະຫຼອດໄລຍະປີ 2024. ໃນນັ້ນ, ທ່ານຮອງລັດຖະມົນຕີ ກໍໄດ້ສະເຫນີໃຫ້ ອົງການອຸຍແນັສໂກ ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ເພື່ອໃຫ້ສາມາດບັນລຸໄດ້ບັນດາຄາດໝາຍດ້ານການພັດທະນາຕາມທີ່ວາງໄວ້.
ຜູ້ຕາງໜ້າ ອົງການອຸຍແນັສໂກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການອຸຍແນັສໂກ ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ຂອງ ສປປ ລາວ ຢ່າງຕັ້ງໜ້າ ໂດຍສະເພາະການສົ່ງເສີມການສຶກສາ, ການປົກປັກຮັກສາວັດທະນະທໍາ ແລະ ການສະເໜີຂໍຂຶ້ນທະບຽນມໍລະດົກໂລກໃນຂົງເຂດຕ່າງໆຂອງ ສປປ ລາວ ໃນອະນາຄົດ.
ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ອົງການອຸຍແນັສໂກ ນັບຕັ້ງແຕ່ປີ 1951 ເປັນຕົ້ນມາ ໂດຍມາຮອດປັດຈຸບັນ ໄດ້ຖືກຮັບຮອງສະຖານທີ່ມໍລະດົກໂລກ ຈໍານວນ 3 ແຫ່ງ (ນະຄອນ-ຫຼວງພະບາງ, ວັດພູຈໍາປາສັກ ແລະ ທົ່ງໄຫຫີນຊຽງຂວາງ) ແລະ ໄດ້ຖືກຮັບຮອງມໍລະດົກທາງວັດທະນະທໍາ ຈໍານວນ 2 ລາຍການ (ສຽງແຄນ ແລະ ລາຍນາກໃນຜ້າພື້ນເມືອງ). ນອກຈາກນັ້ນ, ສປປ ລາວ ກໍຍັງຢູ່ໃນຂະບວນການສະເໜີຕໍ່ກັບ ອົງການອຸຍແນັສໂກ ເພື່ອຮັບຮອງສະຖານທີ່ມໍລະດົກໂລກ ແລະ ມໍລະດົກທາງວັດທະນາທໍາ ອີກຈໍານວນຫຼາຍລາຍການໃນຕໍ່ໜ້າ.
ຂ່າວ-ພາບ: ກະຊວງການຕ່າງປະເທດ