ປີ 2023 ທົ່ວປະເທດສ້າງຄອບຄົວພົ້ນທຸກໄດ້ 32.864 ຄອບຄົວ ເທົ່າກັບ 205% ຂອງແຜນການ

ວັນທີ 22 ມັງກອນ 2024, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ກປ), ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2023 ວ່າ: ປະຕິບັດຕາມແຜນງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນປີ 2023ຜ່ານມາ ສາມາດສ້າງຄອບຄົວພົ້ນທຸກໄດ້ 32.860 ກວ່າຄອບຄົວ, ສ້າງຄອບຄົວພັດທະນາໄດ້ຫຼາຍກວ່າ 50.500 ຄອບຄົວ, ສ້າງບ້ານພັດທະນາບັນລຸ 710 ບ້ານ, ສ້າງບ້ານພົ້ນທຸກໄດ້ 310 ບ້ານ; ສ້າງບ້ານໃຫຍ່ກາຍເປັນຕົວເມືອງໃນຊົນນະບົດ ໄດ້ບັນລຸ 8 ບ້ານ ຊຶ່ງທຸກວຽກງານແມ່ນບັນລຸເກີນແຜນການ; ສ້າງເມືອງພົ້ນທຸກໄດ້ 9 ເມືອງ ກວມ 60% ຂອງແຜນການ; ສ້າງເມືອງເຂັ້ມແຂງຮອບດ້ານ ໄດ້ 3 ເມືອງ ກວມ 75%ຂອງແຜນການ ລວມມີ: ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ, ຈັດສັນພູມລຳເນົາ ແລະ ບ່ອນຢູ່ອາໄສໄດ້ 496 ຄອບຄົວ ປຕິບັດລື່ນແຜນການ.

ການປະຕິບັດ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ຜ່ານມາ ເຫັນວ່າປະຊາຊົນຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ, ເຂດພື້ນຖານການປະຕິວັດເກົ່າ ລ້ວນແຕ່ໄດ້ຮັບການພັດທະນາດີຂຶ້ນ, ລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງຍົກລະດັບຂຶ້ນເທື່ອລະກ້າວ ຕາມມາດຖານດໍາລັດ 348/ລບ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ ໂດຍລວມ ແມ່ນມີຄວາມຄືບໜ້າ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ເປັນສ່ວນໃຫຍ່.