ປີ 2023 ມີການລັກລອບຂຸດຄົ້ນໄມ້ເພີ່ມຂຶ້ນ ພົບເຫັນໄມ້ທີ່ພົວພັນກັບການກະທໍາຜິດ ຫລາຍກວ່າ 8.700 ແມັດກ້ອນ

ທ່ານ ຄຳພອນ ມຸນລະໄມ ຫົວໜ້າກົມປ່າໄມ້ (ກະຊວງກະສິກຳ ແລະ ປ່າໄມ້) ກ່າວຕໍ່ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກວດກາປ່າໄມ້ທົ່ວປະເທດປະຈຳປີ 2023 ທີ່ຈັດຂຶ້ນໃນວັນທີ 16 ມັງກອນ 2024 ວ່າ: ຜ່ານມາໄດ້ດໍາເນີນການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ທັງໝົດ ຈໍານວນ 1.400 ກວ່າຄັ້ງ, ພົບເຫັນຂອງກາງ ທີ່ພົວພັນກັບ ການກະທໍາຜິດທີ່ເປັນໄມ້ ຫຼາຍກວ່າ 8.700 ແມັດກ້ອນ. ໃນນີ້ ມີໄມ້ບັນຊີ I ຈໍານວນ 2.200 ກວ່າແມັດກ້ອນ, ໄມ້ບັນຊີ II ຫຼາຍກວ່າ 6.200 ແມັດກ້ອນ ແລະ ໄມ້ບັນຊີ III ຫຼາຍກວ່າ 270.000 ແມັດກ້ອນ,  ພາຫະນະລາກແກ່ 38 ຄັນ, ຈັກຕັດໄມ້ 48 ເຄື່ອງ ແລະ ມີການບຸກລຸກທີ່ດິນປ່າໄມ້ ຫຼາຍກວ່າ 9.100 ຄອບຄົວ, ມີດິນ  8.000 ກວ່າຕອນ, ເນື້ອທີ່ 18.900  ກວ່າເຮັກຕາ. ເມື່ອທຽບໃສ່ການລັກລອບຂຸດຄົ້ນໄມ້, ທ້ອນໂຮມ, ຊື້-ຂາຍ ແລະ ເຄື່ອນຍ້າຍ ລວມທັງການບຸກລຸກທໍາລາຍເນື້ອທີ່ດິນປ່າໄມ້ ໃນປີ 2022 ເຫັນວ່າ: ການລັກລອບຂຸດຄົ້ນໄມ້ ເພີ່ມຂຶ້ນ 3.000 ກວ່າແມັດກ້ອນ ແລະ ການບຸກລຸກເນື້ອທີ່ດິນປ່າໄມ້ ເພີ່ມຂຶ້ນ 17.000 ກວ່າເຮັກຕາ ແລະ ອື່ນໆຕື່ມອີກຫຼາຍຢ່າງ,

ຫົວໜ້າກົມປ່າໄມ້ ຍັງກ່າວອີກວ່າ: ໃນປີ 2023ຜ່ານມາ ໄດ້ດໍາເນີນການສືບສວນ-ສອບສວນ ແລະ ແກ້ໄຂການກະທໍາຜິດເກີດຂຶ້ນທັງໝົດ  776 ກໍລະນີ ແລະ ມີຜູ້ລະເມີດທັງໝົດ  740 ຄົນ. ໃນນີ້, ເປັນການກະທໍາຜິດກ່ຽວກັບໄມ້ 174 ກໍລະນີ,  ກ່ຽວກັບທີ່ດິນປ່າໄມ້ 465 ກໍລະນີ,  ກ່ຽວກັບ ສັດປ່າ 60 ກໍລະນີ ແລະ ການກະທໍາຜິດ ກ່ຽວກັບເຄື່ອງປ່າຂອງດົງ 77 ກໍລະນີ. ມີ18 ກໍລະນີໄດ້ໂຈະການສືບສວນ-ສອບສວນ, 237 ກໍລະນີ ກໍາລັງດໍາເນີນການສືບສວນ-ສອບສວນ,  ສະຫຼຸບ ແລະ ສົ່ງສໍານວນຄະດີ ໃຫ້ອົງການໄອຍະການປະຊາຊົນແລ້ວ 64 ກໍລະນີ. ສານໄດ້ຕັດສິນແລ້ວ 14 ຄະດີ ແລະ ດໍາເນີນການສຶກສາອົບຮົມ 422 ກໍລະນີ, ຮິບຂອງກາງເປັນຂອງລັດ ປະເພດໄມ້ໄດ້ຫຼາຍກວ່າ 3.500.000 ແມັດກ້ອນ, ສັດປ່າ 206 ກິໂລກຣາມ, ເຄື່ອງປ່າ ຂອງດົງ 460ກວ່າໂຕນ.