ພະແນກການເງິນ ນະຄອນຫລວງ ຕັ້ງຄາດໝາຍດ້ານລາຍຮັບງົບປະມານແຫ່ງລັດ ທັງໝົດ 50.107 ຕື້ກີບ

ທ່ານ ສຸລິເດດ ສຸວັນນະຈູມຄໍາ ຮອງຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ກ່າວໃນກອງປະຊຸມເຜີຍແຜ່ຄໍາແນະນໍາວ່າດ້ວຍ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຈັດຂຶ້ນວັນທີ 17 ມັງກອນ 2024 ວ່າ: ໃນປີ 2024 ຄາດໝາຍທາງດ້ານລາຍຮັບງົບປະມານແຫ່ງລັດ ລາຍຮັບທັງໝົດ 50.107 ຕື້ກີບ ເທົ່າກັບ 17% ຂອງ GDP (ມູນຄ່າ GDP 293.786 ຕື້ກີບ), ໃນນັ້ນ: ລາຍຮັບພາຍໃນ 45.070 ຕື້ກີບ; ລາຍຮັບການຊ່ວຍເຫລືອລ້າ 5.037 ຕື້ກີບ. ຄາດໝາຍສູ້ຊົນແຜນລາຍຈ່າຍງົບປະມານແຫ່ງລັດ ລາຍຈ່າຍທັງໝົດ 58.914 ຕື້ກີບ ເທົ່າກັບ 20% ຂອງ GDP ໃນນັ້ນ: ລາຍຈ່າຍບໍລິຫານປົກກະຕິ 38.465 ຕື້ກີບ; ລາຍຈ່າຍລົງທຶນ 20.449 ຕື້ກີບ, ໃນນີ້: ລາຍຈ່າຍລົງທຶນພາຍໃນ 5.000 ຕື້ກີບ; ລາຍຈ່າຍລົງທຶນຕ່າງປະເທດເປັນໂຄງການ 15.449 ຕື້ກີບ. ສ່ວນການຂາດດຸນງົບປະມານ 8.807 ຕື້ກີບ ຫລື ເທົ່າກັບ 3% ຂອງ GDP.
ທັງນີ້ກໍເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດໃຫ້ປະກົດຜົນເປັນຈິງ ໃນການເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບໃຫ້ຄົບຖ້ວນ, ໂປ່ງໃສ ແລະ ຕ້ານທຸກຊ່ອງວ່າງຂອງການຮົ່ວໄຫລລາຍຮັບງົບປະມານແຫ່ງລັດໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ, ພ້ອມທັງ ນຳໃຊ້ທຸກມາດຕະການຄຸ້ມຄອງລາຍຈ່າຍ ຕາມທິດປະຢັດຕ້ານການຟູມເຟືອຍ ແລະ ຮັບປະກັນປະຕິບັດວິໄນແຜນການ-ການເງິນໃຫ້ເຂັ້ມງວດ ແນ່ໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ ໃຫ້ຜ່ອນຄາຍລົງເປັນເທື່ອລະກ້າວ ເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ຍົກສູງຄວາມເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍບັນດາມາດຕະການ ທີ່ສະພາແຫ່ງຊາດ ໄດ້ກຳນົດ, ຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2024 ເພີ່ມຄຸ້ມຄອງລາຍຮັບຈາກຖານລາຍຮັບທີ່ມີຢູ່ແລ້ວ ໂດຍສະເພາະ ຫົວໜ່ວຍທຸລະກິດຂະໜາດໃຫຍ່ທີ່ມີທ່າແຮງ ໃຫ້ມີປະສິດທິຜົນ ແລະ ຂະຫຍາຍຖານເກີດຂຶ້ນໃໝ່ໃຫ້ຫລາຍຂຶ້ນ ດ້ວຍການປັບປຸງນິຕິກຳ, ອັດຕາອາກອນຕ່າງໆ ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານພູມສາດ, ຊັບພະຍາກອນ ແລະ ຕິດພັນກັບການຂະຫຍາຍຕົວຂອງເສດຖະກິດ, ສ້າງນະໂຍບາຍຕານການເງິນ ໃຫ້ຢູ່ໜູນນະໂຍບາຍເງິນຕາ ຢ່າງກົມກ່ຽວ ເພື່ອສູ້ຊົນແກ້ໄຂໄພເງິນເຟີ້, ລາຄາສິນຄ້າ ແລະ ບໍລິການໃຫ້ດີຂຶ້ນ ແລະ ນະໂຍບາຍຕ່າງໆ.

