ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ວັນທີ 19 ມັງກອນ 2024 ນີ້,  ຄະນະບໍລິຫານງານສູນກາງພັກ ແລະ ຄະນະກະຊວງປ້ອງກັນປະເທດ ນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍ ການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບປະຕິວັດ (ຫລັກ24) ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ພາຍຫລັງສຳເລັດການວາງພວງມາລາທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ສຸສານນັກຮົບປະຕິວັດ (ຫລັກ24)ແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອະນຸສາວະລີ ປະທານໄກສອນ ພົມວິຫານ ອະດີດຜູ້ ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ບຸນຄຸນ ຢ່າງເລິກເຊິ່ງ ເຖິງຜົນງານ, ການເສຍສະຫລະ ແລະ ຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຕົນ ໃນພາລະ ກິດປະຕິວັດ, ໄດ້ສຸມທຸກສະຕິປັນຍາ ແລະ ຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ຕະ ຫລອດຫລາຍທົດສະວັດອັນຍືດເຍື້ອຍາວນານ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ນຳພາປະຊາຊົນ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ມີຜົນສຳເລັດ.

ປະທານ ໄກສອນ ພົມວິຫານ ສົມແລ້ວ ທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ, ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍືນຍົງໃນດວງໃຈຂອງປວງຊົນລາວທັງຊາດ ຕະຫລອດກາລະນານ.

ພາບ+ຂ່າວ: ປະເທດລາວ