ທ່ານ ປະທານປະເທດ ເຂົ້າຮ່ວມຂະບວນຍ່າງເພື່ອສຸຂະພາບຄວາມສາມັກຄີເປັນປຶກແຜ່ນລະຫວ່າງກອງທັບ ແລະ ປະຊາຊົນລາວ

ວັນທີ 18 ມັງກອນ 2024 ນີ້, ພິທີເປີດຂະບວນຍ່າງ ເພື່ອສຸຂະພາບ, ຄວາມສາມັກຄີເປັນປຶກແຜ່ນລະຫວ່າງກອງທັບ ແລະ ປະຊາຊົນລາວ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024) ທີ່ບຶງທາດຫຼວງ ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຕັດແຖບຜ້ານໍາພາຂະບວນຍ່າງໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ  ແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານການນໍາພັກ-ລັດ; ພະນັກ ງານປະຕິວັດອາວຸໂສບໍານານ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ມວນຊົນ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ທັງເປັນຄະນະຮັບຜິດຊອບລະດັບຊາດສະເຫຼີມສະຫຼອງວັນດັ່ງກ່າວ ໄດ້ກ່າວໃນພິທີວ່າ:  20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງເປັນວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບລາວ ທີ່ໝູນວຽນມາ ຄົບຮອບ 75 ປີ. ບົນເສັ້ນທາງ ແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫຼະນາໆປະການ ຕໍ່ສູ້ເພື່ອປະຊາຊົນຕີເອົາຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງກວ່າພວກເຮົາບໍ່ຈັກວ່າເທົ່າໃດທົບ, ປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມຊື່ວ່າ  ກອງທັບວິລະຊົນ, ຊາດລາວວິລະຊົນ, ຄົນລາວພິລະອາດຫານ  ດ້ວຍຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ເຂັ້ມແຂງ, ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ. ຕະຫຼອດໄລຍະ 75 ປີ ຜ່ານມາ ກອງທັບປະຊາຊົນລາວເຮົາ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າເລີດປະດັບໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວວິລະຊົນ ຊຶ່ງໄດ້ຮັບການຍ້ອງຍໍສັນລະເສີນ ຈາກພັກລັດ ວ່າ: ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ຕີເອົາຊະນະສັດຕູທຸກໂຕ, ເຮັດສຳເລັດໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ. ກອງທັບກັບປະຊາຊົນບັນດາເຜົ່ານັ້ນຄື “ປາກັບນໍ້າ” ຊຶ່ງເປັນປັດໄຈສໍາຄັນກວ່າໝູ່ໃນພາລະກິດຕໍ່ສູ້ ຂອງກອງທັບເຮົາ ໂດຍອີງໃສ່ປະຊາຊົນເປັນກໍາລັງໜູນຊ່ວຍຢ່າງໜັກແໜ້ນ ເພື່ອຕໍ່ສູ້ປົກປ້ອງປະເທດຊາດ ກໍຄື ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ.