ສະຫວັນນະເຂດ ກວດພົບ 54 ໂຄງການ ບໍ່ສອດຄ່ອງກັບລະບຽບກົດໝາຍ ເສຍຫາຍຫລາຍກວ່າ 165 ຕື້ກີບ ແລະ 21.500 ກວ່າ ໂດລາ
ທ່ານ ລຳທອງ ຂອບສີລາວົງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງສະຫວັນນະເຂດ ລາຍງານຜົນວຽກງານກວດກາທົ່ວແຂວງ ໄລຍະກາງສະໄໝ, ໃນໂອກາດທີ່ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພົບປະຢ້ຽມຢາມ ພະນັກງານຫລັກແຫລ່ງ ວັນທີ 15 ມັງກອນ 2024 ວ່າ: ວຽກງານຕິດຕາມກວດກາພັກ ແມ່ນໄດ້ຕິດຕາມການຈັດຕັ້ງປະຕິບັດວິໄນຕໍ່ຄະນະພັກ ແລະ ສະມາຊິກລວມທັງໝົດ 69 ຄົນ, ໃນນີ້ ປະຕິບັດຂັ້ນກ່າວເຕືອນ 13 ຄົນ, ຂັ້ນຕິຕຽນ 15 ຄົນ, ໂຈະຮ່ວມຊີວິດ 28 ຄົນ, ລຶບຊື່ອອກຈາກພັກ 17 ຄົນ, ປົດຕຳແໜ່ງພາຍໃນພັກ 1 ຄົນ. ສ່ວນດ້ານຕິດຕາມ-ກວດກາບໍລິຫານລັດ ພົບເຫັນ 54 ໂຄງການທີ່ປະຕິບັດບໍ່ສອດຄ່ອງກັບລະບຽບກົດໝາຍ ມູນຄ່າເສຍຫາຍຫຼາຍກວ່າ 165 ຕື້ກີບ ແລະ ຫຼາຍກວ່າ 21.500 ໂດລາ.
ທ່ານ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ອົງການກວດກາພັກ, ອົງການກວດກາລັດ ແຂວງສະຫວັນນະເຂດຍາດມາໄດ້, ແຕ່ຄຽງຄູ່ກັນນັ້ນຍັງເຫັນວ່າ ມີຫຼາຍບັນຫາຍັງບໍ່ທັນແກ້ໄຂໄດ້ ໂດຍສະເພາະແມ່ນການຈັດສັນອາຊີບແຕ່ລະພູມລໍາເນົາຍັງມີບາງສ່ວນຕ້ອງໄດ້ປັບປຸງ ຕິດພັນກັບການແກ້ໄຂບັນຫາລັກລອບຊັບພະຍາກອນປ່າໄມ້, ປ້ອງກັນສະພາບແວດລ້ອມຍັງແກ້ໄຂບໍ່ທັນຕົກ; ມີຄວາມພະຍາຍາມສ້າງຖານລາຍຮັບ ແຕ່ບໍ່ທັນໄດ້ກວ້າງຂວາງໜັກແໜ້ນ, ການຈັດເກັບລາຍຮັບຍັງມີຊ່ອງວ່າງ, ເກີດໜີ້ສິນຄຸມເຄືອ; ການຄຸ້ມຄອງການນໍາໃຊ້ລະບົບບັນຊີ ຂອງຫົວໜ່ວຍທຸລະກິດພາຍໃນແຂວງ ຍັງບໍ່ທັນໄດ້ປະຕິບັດຢ່າງຈິງຈັງ.
ໃນຕໍ່ໜ້ານີ້ ຕ້ອງສ້າງການຫັນປ່ຽນທີ່ແຂງແຮງ, ອັນສຳຄັນທີ່ສຸດຄື ຕ້ອງເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງມານະຈິດປະຕິວັດ, ຄວາມເສຍສະຫຼະ ແລະ ຄວາມເປັນແບບຢ່າງນຳໜ້າ ໃນການຊີ້ນຳແກ້ໄຂບັນຫາ, ເຮັດແທ້ທຳຈິງ, ປັບປຸງແບບແຜນວິທີການເຮັດວຽກທີ່ເປັນລະບົບ ແລະ ຕໍ່ເນື່ອງ, ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຫຍໍ້ທໍ້ພາຍໃນກົງຈັກ, ເອົາໃຈໃສ່ວຽກງານການປຸກລະດົມຂະບວນການໃຫ້ແຂງແຮງ, ຕໍ່ເນື່ອງ ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນ ແລະ ສ່ວນລວມເປັນທີ່ຕັ້ງ, ສ້າງເງື່ອນໄຂໃຫ້ປະຊາຊົນສາມາດຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ.

