ດ່ານສາກົນຂົວມິດຕະພາບ 3 ກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ເພື່ອຫລີກລ່ຽງຄວາມຜິດພາດທີ່ຈະເກີດຂຶ້ນ

ພັທ ສຸກທອງ ວົງສາ ຫົວໜ້າຕໍາຫລວດກວດຄົນເຂົ້າເມືອງ (ຕມ) ດ່ານສາກົນຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມ ໃຫ້ສໍາພາດ ໃນວັນທີ 16 ມັງກອນ 2024 ກ່ຽວກັບຄວາມພ້ອມຕ້ອນຮັບນັກທ່ອງທ່ຽວຜ່ານດ່ານສາກົນຂົວມິດຕະພາບ 3 ວ່າ:  ໃນນາມທີ່ເປັນດ່ານໜ້າ ເພື່ອຮອງຮັບເປີດປີທ່ອງທ່ຽວລາວ 2024 ເຈົ້າໜ້າທີ່ ຕມ ໄດ້ມີການກະກຽມຄວາມພ້ອມດ້ານການບໍລິການຕ່າງໆ ໂດຍສະເພາະແມ່ນດ້ານວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໄດ້ຈັດວາງກໍາລັງເຂົ້າໃສ່ແຕ່ລະຈຸດຕາມແຜນທີ່ໄດ້ກຳນົດໄວ້ ເພື່ອກວດກາເອກະສານນັກທ່ອງທ່ຽວ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າມາ ສປປ ລາວ ໃນການເຄື່ອນໄຫວ ເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມຂັ້ນຕອນ, ເພື່ອຫຼີກລ່ຽງຄວາມຜິດພາດທີ່ຈະເກີດຂຶ້ນ ຫຼື ກໍລະນີເຂົ້າເມືອງບໍ່ຖືກຕ້ອງຕາມກົດໝາຍ . ດ້ານວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍທາງກໍາລັງກໍຈະໄດ້ປະຈໍາຢູ່ປະຕູດ້ານໜ້າ ເພື່ອສັງເກດເບິ່ງຜູ້ໂດຍສານທີ່ເຂົ້າມາ ແລະ ຈະໄດ້ແນະນໍາໃຫ້ເຂົາເຈົ້າປະກອບເອກະສານ, ຍື່ນເອກະສານຖືກຕາມຈຸດປ່ອງບໍລິການຕ່າງໆ ເພື່ອຫຼີກລ່ຽງຄວາມສັບສົນ . ດ້ານວຽກງານກວດຄົນເຂົ້າ-ອອກເມືອງ ໄດ້ປັບປຸງຂະຫຍາຍປ່ອງບໍລິການ, ລະບົບກວດຄົນເຂົ້າ-ອອກເມືອງ ໃນການຈໍ້າແຈ້ງເອກະສານຈາກຕູ້ 1 ເປັນ 2 ຕູ້ ແລະ 3 ຕູ້ ຕາມສະພາບຄວາມເປັນຈິງ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວໃນການເຂົ້າ-ອອກ ຢ່າງຖືກຕ້ອງ, ວ່ອງໄວ, ຊັດເຈນ ແລະ ຮັບປະກັນວຽກງານວິຊາສະເພາະຫຼີກລ່ຽງຄວາມແອອັດ,ໃນກໍລະນີນັກທ່ອງທ່ຽວເຂົ້າມາເປັນກຣຸບທົວ,ເປັນຄາລະວານກໍໄດ້ກຳນົດເອົາຈຸດໜຶ່ງເປັນບ່ອນຈໍ້າແຈ້ງໂດຍສະເພາະ.

ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ : ດ່ານສາກົນຂົວມິດຕະພາບ 3 ມີໜ່ວຍງານວີຊ່າກັບດ່ານ ບໍລິການໃຫ້ແກ່ນັກທ່ອງທ່ຽວຜູ້ທີ່ປະສົງຈະເຂົ້າມາ ສປປ ລາວ ໂດຍຕ້ອງການວີຊ່າ  ( VISA ) ກັບດ່ານ ກໍມີເອກະສານແບບຟອມ ແລະ ພະນັກງານໃຫ້ຄໍາແນະນຳ ຂັ້ນຕອນຕ່າງໆ. ນອກຈາກນັ້ນ ຍັງໄດ້ເກັບກໍາຂໍ້ມູນຂອງນັກທ່ອງທຽວທີ່ເຂົ້າມາ ສປປ ລາວ ຢ່າງລະອຽດ ເພື່ອເປັນຂໍ້ມູນທີ່ສໍາຄັນໃນກໍລະນີນັກທ່ອງທ່ຽວໄດ້ເຮັດເອກະສານເດີນທາງຕົກເຫ່ຍຈະໄດ້ແກ້ໄຂຢ່າງຖືກຕ້ອງຕາມລະບຽບກົດໝາຍ, ທັງນີ້ກໍ່ເພື່ອປະຕິບັດຕາມກົດໝາຍ, ລະບຽບການເຂົ້າ-ອອກ ສປປ ລາວ ແລະ ປະຕິບັດຕາມຄຳຂວັນທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ.

ສໍາລັບດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ນັບແຕ່ຕົ້ນປີ 2024 ຫາ ປັດຈຸບັນ ມີຄົນເຂົ້າ-ອອກທັງໝົດ 6.780 ຄົນ, ຍິງ 2.712 ຄົນ, ເດັກ 373 ຄົນ, ພາຫະນະເຂົ້າ-ອອກທັງໝົດ 3.969 ຄັນ.