ລັດຖະມົນຕີກະຊວງ ຖວທ ເນັ້ນໃຫ້ແຂວງຫົວພັນ ສຸມໃສ່ພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄວາມຫລາກຫລາຍ

ໃນໂອກາດເຂົ້າຮ່ວມພິທີເປີດປີທ່ອງທ່ຽວລາວ 2024 ແລະ ງານນິເທສະການທ່ຽວຊົມດອກຄາຍປ່າ, ດອກຊາກຸຣະ ທີ່ແຂວງຫົວພັນ ໃນວັນທີ 12 ມັງກອນ 2024 ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເນັ້ນໃຫ້ຂະແໜງ ຖວທ ແຂວງຫົວພັນ ຕ້ອງໄດ້ສືບຕໍ່ພ້ອມກັນປະຕິບັດໃຫ້ມີຜົນສຳເລັດເປັນຕົ້ນດ້ານການທ່ອງທ່ຽວແມ່ນໃຫ້ສຸມໃສ່ພັດທະນາແຫລ່ງທ່ອງທ່ຽວຕ່າງໆໃຫ້ມີຄວາມຫລາກຫລາຍເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໂດຍແນ່ໃສ່ທ່ອງທ່ຽວທຳມະຊາດ, ວັດທະນະທຳ, ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມເພື່ອໃຫ້ສອດຄ່ອງກັບຄໍາຂວັນປີທ່ອງທ່ຽວລາວ 2024.
ພ້ອມນັ້ນກໍໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົມວຽກງານການເມືອງ-ແນວຄິດ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ໂຄສະນາແນວທາງນະໂຍບາຍຂອງພັກ-ລັດໃຫ້ຕໍ່ເນື່ອງ, ເນື້ອໃນຂໍ້ມູນຂ່າວ ສານຕ້ອງຊັດເຈນ, ມີເນື້ອຫາສາລະເພື່ອດຶງດູດຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ, ສົ່ງເສີມ, ພັດທະນາວຽກງານວັດທະນະທຳແຕ່ຮາກຖານ, ຊຸກຍູ້ຂະບວນການສ້າງຄອບຄົວ, ບ້ານ, ກຸ່ມບ້ານວັດ ທະນະທຳໃຫ້ກວ້າງຂວາງ, ເອົາໃຈໃສ່ຄຸ້ມຄອງ ແລະ ຟື້ນຟູ, ປະຕິສັງຂອນ, ອະນຸລັກເພື່ອສົ່ງເສີມການຄຸ້ມຄອງມໍລະ ດົກວັດທະນະທຳທາງດ້ານນາມມະທຳ, ຮູບປະທໍາເພື່ອຮັກສາມໍລະດົກວັດທະນະທຳປະຫັວດສາດ ແລະ ທຳມະຊາດພາຍໃນແຂວງໃຫ້ຍືນຍົງ.

