ຄະນະພັກ-ຄະນະບັນຊາກອງພົນທີ 2 ຕ້ອງສືບຕໍ່ຮັກສາມູນເຊື້ອ, ທາດແທ້ປະຕິວັດຂອງກອງທັບ, ຕໍ່ສູ້ເດັດດ່ຽວ, ຍາກປານໃດກໍບຸກ, ທຸກປານໃດກໍສູ້

ວັນທີ 15-16 ມັງກອນ 2024, ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມ ກອງພົນທີ 2, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ( ວັນທີ 20 ມັງກອນ 1949-20 ມັງກອນ 2024)

ໂອກາດນີ້, ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 2, ພະນັກງານ-ນັກຮົບ ສືບຕໍ່ຮັກສາມູນເຊື້ອ, ທາດແທ້ປະຕິວັດຂອງກອງທັບ, ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມຈໍານົນ ຍາກປານ ໃດກໍບຸກ, ທຸກປານໃດກໍສູ້, ເຖິງ ຈະເສຍສະຫຼະກໍບໍ່ຫວາດຫວັ່ນ, ຍາມໃດກໍສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ; ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍ ຄວາມບໍລິສຸດໃຈ. ຍ້ອນແນວນັ້ນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ຖະໜອມຫອມຮັກ ແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດ ຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ ຂອງຊາດລາວວິລະຊົນຢ່າງແທ້ຈິງ. ໃນໂອກາດທີ່ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມພະນັກງານ-ນັກຮົບ ໃນຄັ້ງນີ້ຍັງໄດ້ມອບວັດຖຸປັດໄຈຈຳນວນໜຶ່ງ ໃຫ້ກອງພົນທີ 2 ອີກດ້ວຍ.