ສ.ເກົາຫລີ ມອບລົດ ແລະ ອຸປະກອນໄອທີ ມູນຄ່າຫລາຍກວ່າ 20 ຕື້ກີບ ໃຫ້ ສປປ ລາວ ນໍາໃຊ້ເຂົ້າໃນການເປັນປະທານອາຊຽນ 2024

ວັນທີ 15 ມັງກອນ 2024 ນີ້ ທີ່ກະຊວງການຕ່າງປະເທດ, ລັດຖະບານ ສ.ເກົາຫລີ ໄດ້ມອບລົດເກັງ 2 ຄັນ, ລົດຕູ້ 6 ຄັນ ແລະ ອຸປະກອນໄອທີ ລວມມູນຄ່າທັງໝົດ 1 ລ້ານ ໂດລາສະຫະລັດ ຫລື 20 ກວ່າຕື້ກີບ ເພື່ອຊ່ວຍເຫລືອ ສປປ ລາວ ນໍາໃຊ້ເຂົ້າໃນວຽກງານຂອງບັນດາອະນຸກໍາມະການ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ, ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມຮອງປະທານ ຜູ້ປະຈຳການຄະນະກຳມະການຊີ້ນຳລະດັບຊາດເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບເອົາການຊ່ວຍເຫລືອ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ”ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິ່ງທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍລະຫວ່າງ ສປປ ລາວ-ສ ເກົາຫລີ ແລະ ການຮັດແໜ້ນການຮ່ວມມືອາຊຽນ-ສ.ເກົາຫລີ ເຊິ່ງຄົບຮອບ 35 ປີ ໃນປີ 2024 ນີ້.
ພ້ອມນີ້, ທ່ານ Chung Byun-Won ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫລີ ຕາງໜ້າລັດຖະບານ ແຫ່ງ ສ.ເກົາຫລີ ມອບການຊ່ວຍເຫລືອ ກໍໄດ້ເນັ້ນເຖິງຄວາມສໍາຄັນຂອງການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ເພື່ອຜົນສໍາເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສະເຫລີມສະຫລອງ ຄົບຮອບ 35 ປີ ການພົວພັນອາຊຽນ-ສ.ເກົາຫລີ ໃນປີ 2024 ຢ່າງມີຄວາມໝາຍ.

