ປີ 2024 ແຂວງຫລວງພະບາງຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 3 ລ້ານ ເທື່ອຄົນ

ໃນໂອກາດຖະແຫລ່ງຂ່າວການຈັດງານປີທ່ອງທ່ຽວລາວ 2024 ຂອງແຂວງຫລວງພະບາງ ແລະ ສະເຫລີມສະຫລອງ ຫລວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ, ທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງຫລວງພະບາງໄດ້ລາຍງານໃຫ້ຮູ້ວ່າ: ຄາດໝາຍ ປີ 2024 ແຂວງຫລວງພະບາງຈະດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວໄວ້ມີສອງ ລະດັບ ຄື: ລະດັບກາງ 1,1 ລ້ານກວ່າເທື່ອຄົນ ແລະ ລະດັບສູງ 1,7 ລ້ານກວ່າເທື່ອຄົນ. ໃນນັ້ນ: ນັກທ່ອງທ່ຽວພາຍໃນ 182,000 ກວ່າ ເທື່ອຄົນ (ລະດັບກາງ) ແລະ (ລະດັບສູງ) 373,000 ກວ່າ ເທື່ອຄົນ, ນັກທ່ອງທ່ຽວຕ່າງປະເທດ 942,000 ກວ່າເທື່ອຄົນ (ລະດັບກາງ) ແລະ 1,4 ລ້ານກວ່າ ເທື່ອຄົນ (ລະດັບສູງ), ສ້າງລາຍຮັບຄາດໄວ້ມີ ສອງລະດັບ ຄື: ລະດັບກາງ 645 ລ້ານກວ່າໂດລາ ແລະ ລະດັບສູງ 993 ລ້ານກວ່າ ໂດລາ.

ປັດຈຸບັນ ທົ່ວແຂວງ ມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ປະຫວັດສາດ 39 ແຫ່ງ. ໃນນັ້ນ, ສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການ ໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ ມີ 158 ແຫ່ງ.ທົ່ວແຂວງມີ ບໍລິສັດທ່ອງທ່ຽວ 106 ບໍລິສັດ, ມີໂຮງແຮມ-ຣີສອດ 100 ແຫ່ງ, ມີຫ້ອງນອນ 2.732 ຫ້ອງ, ຕຽງນອນ 5.579 ຕຽງ; ເຮືອນພັກ 416 ຫຼັງ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ ແລະ ຄາລາໂອເກະ 45 ຮ້ານ, ຮ້ານນວດ-ສະປາ 41 ຮ້ານ ແລະ ພະນັກງານນຳທ່ຽວ 768 ຄົນ, ຍິງ 162 ຄົນ.

ໃນປີ 2023 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼວງພະບາງ ທັງໝົດ 1,029,698 ເທື່ອຄົນ, ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 491,979 ເທື່ອຄົນ, ເທົ່າກັບ 91.49%. ໃນນີ້, ມີນັກທ່ອງທ່ຽວພາຍໃນ 265,102 ເທື່ອຄົນ ທຽບໃສ່ປີທີ່ຜ່ານມາ ຫຼຸດລົງ -15,721 ເທື່ອຄົນ ເທົ່າກັບ -5.60%;  ແລະ ນັກທ່ອງທ່ຽວສາກົນມີ 764,596 ເທື່ອຄົນ, ເພີ່ມຂຶ້ນ 507,700 ເທື່ອຄົນ ເທົ່າກັບ 197.63%; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວໄດ້ທັງໝົດ 559,789,018 ໂດລາສະຫະລັດ, ທຽບໃສ່ປີທີ່ຜ່ານມາ ເພີ່ມຂຶ້ນ 340,463,926 ເທົ່າກັບ 155.23%.