ຫາລືປັບປຸງວຽກງານອໍານວຍຄວາມສະດວກທາງດ້ານການຄ້າໃນພາກພື້ນອາຊຽນໃຫ້ດີຍິ່ງຂຶ້ນ

ວັນທີ 13-15 ມັງກອນ 2024, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການທີ່ປຶກສາຮ່ວມດ້ານການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ (ASEAN Trade Facilitation Joint Consultative Committee) ຄັ້ງທີ 28 ຂຶ້ນຢູ່ນະຄອນຫລວງວຽງຈັນ, ເປັນປະທານຂອງ ທ່ານ ແສງອາລຸນ ວິໄລສັກ, ຮອງຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ແລະ ມີຄະນະຜູ້ແທນຈາກ 10 ປະເທດສະມາຊິກເຂົ້າຮ່ວມ.

ທັງນີ້, ເພື່ອຕິດຕາມການຈັດຕັ້ງປະຕິບັດພັນທະຂອງປະເທດສະມາຊິກ ໃນການອໍານວຍຄວາມສະດວກໃຫ້ແກ່ການຄ້າພາຍໃນອາຊຽນ ແລະ ປຶກສາຫາລືການຜັັນຂະຫຍາຍທິດຊີ້ນໍາຂອງກອງປະຊຸມລະດັບສູງຕ່າງໆ, ສືບຕໍ່ປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ພາກທຸລະກິດໃນການດໍາເນີນການຄ້າໃນພາກພື້ນອາຊຽນໃຫ້ມີຄວາມສະດວກຍິ່ງຂຶ້ນ, ໂດຍສະເພາະແມ່ນໄດ້ຮັບຮອງເອົາແຜນວຽກບູລິມະສິດປະຈໍາປີ 2024 ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ ໃນການແກ້ໄຂບັນຫາກ່ຽວກັບການນໍາໃຊ້ມາດຕະການທາງການຄ້າ ທີ່ສົ່ງຜົນກະທົບຕໍ່ປະເທດສະມາຊິກ, ການປະຕິບັດພັນທະຄວາມໂປ່ງໃສໃນການແຈ້ງມາດຕະການທາງການຄ້າຂອງປະເທດສະມາຊິກ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນກິດຈະກໍາຂອງຄະນະກໍາມະການອໍານວຍຄວາມສະດວກແຫ່ງຊາດຂອງແຕ່ລະປະເທດສະມາຊິກ.

ນອກນີ້, ຍັງໄດ້ພົບປະກັບພາກທຸລະກິດຂອງອາຊຽນ ແລະ ສະພາທຸລະກິດຂອງປະເທດຄູ່ຮ່ວມເຈລະຈາ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລືຂໍ້ສະເໜີຂອງພາກທຸລະກິດໃນແຜນການຕໍ່ໜ້າ ແລະ ປັບປຸງວຽກງານການອໍານວຍຄວາມສະດວກທາງດ້ານການຄ້າໃນພາກພື້ນອາຊຽນ.