ປີຜ່ານມາ ແຂວງອັດຕະປື ຜະລິດພະລັງງານໄຟຟ້າຈໍາໜ່າຍໄດ້ ຫລາຍກວ່າ 176 ລ້ານໂດລາ

ວັນທີ 12 ມັງກອນ 2024, ພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານພະລັງງານ ແລະ ບໍ່ແຮ່ປະຈໍາປີ 2023 ແລະ ວາງທິດທາງແຜນປີ 2024, ເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື.

ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ລາຍງານວ່າ: ປີ 2023 ຜ່ານມາ ທົ່ວແຂວງ ຜະລິດພະລັງງານໄຟຟ້າໄດ້ 3.575,05 GWh, ຈໍາໜ່າຍໄດ້ 3.492,18 GWh, ຄິດເປັນມູນຄ່າຫລາຍກວ່າ 176 ລ້ານໂດລາ ຫລື 22 ຕື້ກວ່າກີບ ແລະ ມີບ້ານໄດ້ຊົມໃຊ້ໄຟຟ້າຖາວອນ 141 ບ້ານ ເທົ່າກັບ 100% ຂອງ ບ້ານທັງໝົດທົ່ວແຂວງ.

ປັດຈຸບັນສະຖິຕິຈຳນວນຄົວເຮືອນທັງໝົດທົ່ວແຂວງ 32.135 ຄົວເຮືອນ ມີໄຟຟ້າຊົມໃຊ້ຖາວອນແລ້ວ 30.490 ຄົວເຮືອນເທົ່າກັບ 94,88% ຂອງຄົວເຮືອນທົ່ວແຂວງ ທຽບໃສ່ປີ 2022 ເພີ່ມຂຶ້ນ 1.108 ຄົວເຮືອນ ເທົ່າ ກັບ 3,63%, ວຽກຄຸ້ມຄອງ ແລະ ພັດທະນາພະແຮ່ທາດທົ່ວແຂວງມີໂຄງການຊອກຄົ້ນ, ສໍາຫລວດແຮ່ທາດມີ 10 ບໍລິສັດ, 15 ກິດຈະການ, ຊອກຄົ້ນມີ 2 ສໍາຫລວດມີ 12 ສຶກສາຄວາມເປັນໄປໄດ້ທາງດ້ານເສກຖະກິດ 1 ກິດຈະການ,ໂຄງການຂຸດຄົ້ນປຸງແຕ່ງແຮ່ທາດຂັ້ນສູນກາງອອກອະນຸຍາດປັດຈຸບັນມີ 8 ບໍລິສັດ 8 ກິດຈະການ.