ອຸບັດເຫດຮຸນແຮງ ລົດຈັກຕຳລົດໃຫ່ຍ ເຮັດໃຫ້ມີຄົນເສຍຊີວິດຄາທີ່ 1ຄົນ ຢູ່ນະຄອນຫລວງພະບາງ

ເວລາ 20:41 ໂມງຂອງ ວັນທີ 13 ມັງກອນ 2024 ເກີດເຫດລົດໃຫຍ່ຕຳລົດ ຢູ່ບ້ານ ວັງເງິນ ນະຄອນຫລວງພະບາງ ມີຄົນເຈັບ 1 ຄົນ ຊື່ທ້າວ ຄຳອຸ້ຍ ອາຍຸ 40 ປີ, ຢູ່ ບ້ານພູຊ້າງຄຳ ນະຄອນຫລວງພະບາງ, ອາການເບື້ອງຕົ້ນ ນອນໝົດສະຕິບໍ່ຫາຍໃຈ ຫົວເບື້ອງຊ້າຍມີບາດແຜຈີກໃຫ່ຍ, ເລືອດອອກຫູ-ອອກດັງ ເເລະ ຂາເບື້ອງຂວາຫັກປີດ

ດັ່ງນັ້ນ ທາງໜ່ວຍກູ້ໄພຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວທຳການ ປໍ້າຫົວໃຈ (CPR) ແລະ ຄົນເຈັບກໍໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ນຳສົ່ງວັດບ້ານ ພູຊ້າງຄຳ ໃຫ້ຍາດພີ່ນ້ອງທຳພິທີທາງສາສະໜາຕໍ່ໄປ.