ອົງການແຮງງານສາກົນ ຄາດຄະເນ ປີ 2024 ທົ່ວໂລກ ຈະມີຄົນວ່າງງານເພີ່ມຂຶ້ນ 2 ລ້ານຄົນ

ຂ່າວຕ່າງປະເທດລາຍງານວັນທີ 10 ມັງກອນ 2024, ອົງການແຮງງານສາກົນ (ILO) ໄດ້ເປີດເຜີຍບົດລາຍງານການຄາດຄະເນຫລ້າສຸດໂດຍລະບຸວ່າ: ອັດຕາການວ່າງງານທົ່ວໂລກໃນປີ 2024 ຈະກັບມາເພີ່ມສູງຂຶ້ນອີກຄັ້ງ ໂດຍຂຶ້ນໄປຢູ່ທີ່ 5,2% ຈາກ 5,1% ໃນປີ 2023 ຫຼື ເພີ່ມປະມານ 2 ລ້ານຄົນ ໂດຍມີປັດໄຈຫຼັກຈາກການວ່າງງານທີ່ຄາດວ່າຈະເພີ່ມສູງຂຶ້ນໃນກຸ່ມປະເທດພັດທະນາແລ້ວ ແລະ ການຂະຫຍາຍຕົວທາງດ້ານເສດຖະກດທີ່ຫຼຸດລົງທົ່ວໂລກ.
ທ່ານ ຣິຊາດ ຊາມານ ຜູ້ອຳນວຍການຝ່າຍວິໄຈຂອງ ILO ກ່າວວ່າ: ພວກເຮົາກຳລັງຄາດຄະເນເຖິງຕະຫຼາດແຮງງານທີ່ຈະຮ້າຍແຮງລົງ ໂດຍສ່ວນໜຶ່ງເປັນເພາະການຂະຫຍາຍຕົວທົ່ວໂລກທີ່ກຳລັງຫຼຸດລົງ. ILO ຊຶ່ງເປັນໜ່ວຍງານຂອງອົງການສະຫະປະຊາຊາດ (UN) ລະບຸວ່າ: ຫຼັງຈາກທີ່ແຕ່ລະປະເທດສາມາດຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເຮັດໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດທີ່ເພີ່ມຂຶ້ນໃນໄລຍະສັ້ນ ແຕ່ການຂະຫຍາຍຕົວຂອງແຮງງານທີ່ມີທັກສະກັບຫຼຸດລົງໄປສູ່ລະດັບຕ່ຳຄືກັບໃນໄລຍະທົດສະວັດທີ່ຜ່ານມາ.
ບົດລາຍງານລະບຸວ່າ: ໃນລະຫວ່າງການຂະຫຍາຍຕົວຂອງແຮງງານທີ່ມີທັກສະຫຼຸດລົງ ລາຍໄດ້ທີ່ສາມາດໃຊ້ຈ່າຍໄດ້ແນ່ນອນ ແລະ ຄ່າຈ້າງທີ່ແນ່ນອນມັກຈະໄດ້ຮັບຜົນກະທົບໄປຕາມການປ່ຽນແປງຂອງລາຄາຢ່າງວ່ອງໄວ. ສຳລັບໃນກຸ່ມປະເທດລາຍໄດ້ປານກາງຂ້ອນຂ້າງໄປທາງສູງຂຶ້ນ ຈະມີການຈ້າງງານເພີ່ມຂຶ້ນພຽງເລັກນ້ອຍເທົ່ານັ້ນໃນໄລຍະ 2 ປີຂ້າງໜ້າ ແຕ່ໃນກຸ່ມປະເທດລາຍໄດ້ຕ່ຳ ແລະ ລາຍໄດ້ປານກາງຂ້ອນຂ້າງຕ່ຳ ຈະມີການຈ້າງງານຂະຫຍາຍຕົວຢ່າງແຂງແຮງ ແລະ ທີ່ໜ້າເປັນກັງວົນທີ່ສຸດກໍຄື ກຸ່ມປະເທດລາຍໄດ້ສູງ ຫຼື ປະເທດທີ່ພັດທະນາແລ້ວ ຊຶ່ງຈະມີອັດຕາການວ່າງງານເພີ່ມສູງຂຶ້ນ.
ILO ລະບຸວ່າ: ສະຖານະການວ່າງງານຖືວ່າໜ້າເປັນຫ່ວງຫຼາຍ ໃນກຸ່ມປະເທດລາຍໄດ້ສູງ ຊຶ່ງຄາດວ່າສະຖານະການໆຈ້າງງານຈະກັບມາຕິດລົບໃນປີ 2024 ກ່ອນທີ່ຈະດີຂຶ້ນພຽງເລັກນ້ອຍໃນປີ

