ໂຈນລັກລົດຈັກຢູ່ເມືອງປາກຊ່ອງ

ຜູ້ໃຊ້ເຟສບຸກຊື່ Nounee Sps ໄດ້ໂພສ ວ່າ: ເວລາປະມານ 01:20 ຂອງວັນທີ 13 ມັງກອນ 2024 ມີໂຈນລັກລົດຈັກຮອນດ້າເວບ100 ສີຟ້າ ໝາຍເລກທະບຽນ ຈວ 0256 ຈຳປາສັກ, ເຊິ່ງເຫດເກີດຂຶ້ນຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ຫາກໃຜພົບເຫັນຫລືມີເບາະໃຫ້ແຈ້ງເຈົ້າໜ້າທີ່ ປກສ ຫລື ຕິດຕໍ່ເບີ 020 77671446 ເພື່ອໃຫ້ຈັບໂຈນມາລົງໂທດຕາມລະບຽບກົດໝາຍ ແລະ ບໍ່ໃຫ້ໄປເຄື່ອນໄຫວລັກຊັບອີກ.