ປະກາດເລື່ອນຊັ້ນນາຍທະຫານ ຂຶ້ນຊັ້ນ ພົນຈັດຕະວາ 7 ນາຍ

ວັນທີ 12 ມັງກອນ 2024 ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດເລື່ອນຊັ້ນນາຍທະຫານ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ໃນພິທີໄດ້ປະກາດເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນເປັນ ຊັ້ນພົນຈັດຕະວາ 7 ທ່ານ ຄື:

  1. ພັນເອກ ຄຳເມືອງ ໂຄດວົງຄູນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ ຂຶ້ນຊັ້ນ ພົນຈັດຕະວາ
  2. ພັນເອກ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ຂຶ້ນຊັ້ນ ພົນຈັດຕະວາ
  3. ພັນເອກ ຄຳເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນ ພົນຈັດຕະວາ
  4. ພັນເອກ ອຳພາວັນ ມະນີວົງ ຫົວໜ້າກົມມາດຕະຖານ-ວັດແທກ-ຄຸນນະພາບ ກົມໃຫຍ່ເຕັກນິກກອງທັບ ຂຶ້ນຊັ້ນ ພົນຈັດຕະວາ
  5. ພັນເອກ ຄຳສິງ ລືເດດສົມບັດ ຫົວໜ້າຫ້ອງການກົມໃຫຍ່ເຕັກນິກກອງທັບ ຂຶ້ນຊັ້ນ ພົນຈັດຕະວາ
  6. ພັນເອກ ໂສພາວັນ ທຳມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຂຶ້ນຊັ້ນ ພົນຈັດຕະວາ
  7. ພັນເອກ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ຂຶ້ນຊັ້ນ ພົນຈັດຕະວາ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດທາງຊີ້ນໍາຫລາຍບັນຫາສຳຄັນ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິບັດຕາມຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນວິທີ່ເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.

อาจเป็นรูปภาพของ หนึ่งคนขึ้นไป และ ข้อความ