ປະກາດເລື່ອນຊັ້ນນາຍທະຫານ ເເລະ ນາຍຕຳຫລວດ ຂຶ້ນຊັ້ນພົນໂທ

ວັນທີ 12 ມັງກອນ 2024 ກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດເລື່ອນຊັ້ນນາຍທະຫານ ເເລະ ນາຍຕຳຫຼວດ ຂັ້ນສູງ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຫົວໜ້າກົມ, ຮອງກົມ, ພ້ອມດ້ວຍນາຍທະຫານ-ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ພິທີໄດ້ປະກາດເລື່ອນຊັ້ນນາຍທະຫານ ຊັ້ນພົນຕີ ຂຶ້ນເປັນ ພົນໂທ 1 ນາຍຄື: ປະກາດເລື່ອນຊັ້ນ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຂຶ້ນເປັນ ຊັ້ນພົນໂທ. ແລະ ປະກາດເລື່ອນຊັ້ນນາຍຕຳຫລວດ ຊັ້ນພົນຕີ ຂຶ້ນເປັນ ພົນໂທ 1 ນາຍຄື: ປະກາດເລື່ອນຊັ້ນ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກເເຂວງອັດຕະປື ຂຶ້ນເປັນ ຊັ້ນພົນໂທ.

