ປະກາດເລື່ອນຊັ້ນນາຍທະຫານ ເເລະ ນາຍຕຳຫລວດ ຂຶ້ນຊັ້ນພົນໂທ

ວັນທີ 12 ມັງກອນ 2024, ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດເລື່ອນຊັ້ນນາຍທະຫານ ເເລະ ນາຍຕຳຫລວດ ຂັ້ນສູງ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຫົວໜ້າກົມ, ຮອງກົມ, ພ້ອມດ້ວຍນາຍທະຫານ-ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ໃນພິທີໄດ້ປະກາດເລື່ອນຊັ້ນນາຍທະຫານ ຊັ້ນພົນຕີ ຂຶ້ນເປັນ ພົນໂທ 1 ນາຍຄື: ປະກາດເລື່ອນຊັ້ນ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຂຶ້ນເປັນ ຊັ້ນພົນໂທ.
ປະກາດເລື່ອນຊັ້ນນາຍຕຳຫລວດ ຊັ້ນພົນຕີ ຂຶ້ນເປັນ ພົນໂທ 1 ນາຍຄື: ປະກາດເລື່ອນຊັ້ນ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກເເຂວງອັດຕະປື ຂຶ້ນເປັນ ຊັ້ນພົນໂທ.

