ນາຍົກ ເນັ້ນໃຫ້ແຂວງໄຊສົມບູນ ສ້າງຖານການຜະລິດສົ່ງເສີມການລົງທຶນໃຫ້ນັບມື້ເພີ່ມຂຶ້ນ

ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ວັນທີ 11 ມັງກອນ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ພະນັກງານຫລັກແຫລ່ງຢູ່ແຂວງໄຊສົມບູນ ແລະ ເນັ້ນໃຫ້ຄະນະນຳຂອງແຂວງຊຸກຍູ້ການສ້າງຖານການຜະລິດໃນຂົງເຂດອຸດສາຫະກຳ, ກະສິກຳ, ຫັດຖະກຳ ແລະ ການບໍລິການໃຫ້ແຂງແຮງກວ່າເກົ່າ ເພື່ອເປັນຖານເສດຖະກິດທີ່ເຂັ້ມແຂງສາມາດປ່ຽນແທນການນຳເຂົ້າ, ຄຽງຄູ່ກັບການຊຸກຍູ້ສົ່ງເສີມການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນ, ສືບຕໍ່ຈັດຕັ້ງປະຕິບັດວຽກງານຮ່ວມມືພົວພັນກັບຕ່າງປະເທດ ໂດຍສະເພາະກັບບັນດາປະເທດເພື່ອມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ, ສຸມໃສ່ສ້າງຜະລິດຕະພັນທີ່ເປັນທ່າແຮງຂອງທ້ອງຖິ່ນໃຫ້ມີຄຸນນະພາບ ໂດຍຕິດພັນກັບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ສອດຄ່ອງກັບວຽກງານ 3 ສ້າງ.

ເອົາໃຈໂຄສະນາປະຊາສຳພັນ ແລະ ເຮັດວຽກງານການເມືອງແນວຄິດ, ຕ້ານ, ສະກັດກັ້ນ ແລະ ຕອບໂຕ້ຂ່າວທີ່ບິດເບືອນໃສ່ຮ້າຍປ້າຍສີ ພັກ-ລັດ ໃຫ້ທັນການ, ຄົ້ນຄວ້າ ແລະ ເສີມຂະຫຍາຍການນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງໃຫ້ມີປະສິດທິພາບ ແລະ ປະສິດທີຜົນສູງສຸດ ເພື່ອສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.ພ້ອມນັ້ນກໍໃຫ້ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫລຸດໜ້ອຍຖອຍລົງ, ຍົກສູງບົດບາດການນຳພາຂອງອົງຄະນະພັກແຂວງໃນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນມີແນວຄິດອຸ່ນອຽນທຸ່ນທຽງ, ເຄົາລົບລະບຽບກົດໝາຍ, ແກ້ໄຂພະຍາດອາດຍາສິດ, ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງໜັກແໜ້ນ, ຫັນການບໍລິຫານລັດໄປສູ່ທັນສະໄໝ.