ກະຊວງ ຮສສ ສະເໜີໃຫ້ເມືອງຈັອງຊອນ ສ.ເກົາຫລີ ຊ່ວຍຊຸກຍູ້ສະຫວັດດີການຕ່າງໆໃຫ້ແຮງງານລາວໃຫ້ໄດ້ຮັບການຄຸ້ມຄອງທີ່ດີຂຶ້ນ

ວັນທີ 11 ມັງກອນ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ເຊຊຶງຈຸນ ເຈົ້າເມືອງໆຈັອງຊອນ,ແຂວງກັງວອນ ສ.ເກົາຫລີ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ທ່ານ ລັດຖະມົນຕີ ຮສສ ໄດ້ຕີລາຄາສູງຕໍ່ການຮ່ວມມືຂອງສອງຝ່າຍໃນໄລຍະຜ່ານມາ, ເປັນຕົ້ນແມ່ນການສະໜອງແຮງງານໃນຂົງເຂດກະສິກຳ, ເຊິ່ງມີແຮງງານລາວທີ່ໄປເຮັດວຽກຢູ່ເມືອງ ຈັອງຊອນ ປະມານ 70 ກວ່າຄົນ, ນອກນີ້ຍັງໄດ້ກຳນົດການຮ່ວມມື ແລະ ຊ່ວຍເຫລືອດ້ານອື່ນໆໃຫ້ກະຊວງແຮງງານ, ເຊິ່ງສະແດງເຖິງຂີດໝາຍ ແລະ ບາດກ້າວທີ່ສຳຄັນທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະວຽກງານຈັດຫາງານ ເພື່ອແກ້ໄຂອັດຕາການຫວ່າງງານ ເປັນການສ້າງໂອກາດໃຫ້ແກ່ແຮງງານລາວ ໄດ້ຮຽນຮູ້ທັກສະການປູກຝັງ, ການຜະລິດແບບໃໝ່ ການພັດທະນາທັກສະສີມືແຮງງານ ແລະ ການຮຽນຮູ້ທັກສະແບບແຜນການເຮັດວຽກ ແລະ ການດຳ ລົງຊີວິດ ເພື່ອນຳມາໜູນໃຊ້ໃນຊີວິດຕົວຈິງຂອງເຂົາເຈົ້າໃນເວລາກັບຄືນປະເທດນຳອີກທັງເປັນການສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ ແລະ ຄອບຄົວ ແລະ ຫວັງວ່າ ເມືອງ ຈັອງຊອນ ຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນແກ່ ສປປ ລາວ ໃນຕໍ່ໜ້າ ພ້ອມທັງຊ່ວຍຊຸກຍູ້ດ້ານນະໂຍບາຍ, ສະຫວັດດີການຕ່າງໆໃຫ້ແຮງງານລາວທີ່ກຳລັງເຮັດວຽກຢູ່ເມືອງຈັອງຊອນ ແລະ ແຮງງານທີ່ພວມທີ່ຈະໄປເຮັດວຽກໃນຕໍ່ໜ້າ ໃຫ້ໄດ້ຮັບການປົກປ້ອງຄຸ້ມຄອງທີ່ດີຂຶ້ນ.

ໂອກາດນີ້, ທ່ານ ເຊຊຶງຈຸນ ເຈົ້າເມືອງຈັອງຊອນ ໄດ້ຢືນຢັນທີ່ຈະຮັບເອົາແຮງງານລາວ ໃນປີ 2024 ເພີ່ມຕື່ມຫລາຍຂຶ້ນ ແລະ ອາດຈະເປີດໂອກາດໃຫ້ແຮງງານລາວໄດ້ເຮັດວຽກຢູ່ຫລາຍຂະ ແໜງການຕື່ມອີກ ບໍ່ສະເພາະແຕ່ຂະແໜງກະສິກຳເທົ່ານັ້ນ.

อาจเป็นรูปภาพของ 10 คน, ตาราง และ แท่นบรรยาย